ບໍລິສັດວີເອັນແອລ ຈຳກັດຜູ້ດຽວ ທຸ່ມງົບ 130 ຕື້ກີບ ສ້າງຕະຫຼາດປາກຊັນ ວີເອັນແອລ

363

ພິທີເຊັນສັນຍາສຳປະທານໂຄງການກໍ່ສ້າງຕະຫຼາດປາກຊັນ “ວີເອັນແອລ” ( VNL ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2020 ຢູ່ໂຮງແຮມດອກຈໍາປາ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ຈ່ຽນ ວັນນະເລີດ ອຳນວຍການບໍລິສັດວີເອັນແອລ ຈຳກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ບໍລິສັດວີເອັນແອລ ຈຳກັດຜູ້ດຽວ ແມ່ນມີຄວາມຕ້ອງການທີ່ຈະພັດທະນາ ຕະຫຼາດປາກຊັນ ຢູ່ເຂດບ້ານໂພນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ, ໂຄງການດັ່ງກ່າວແມ່ນຈະດຳເນີນການກໍ່ສ້າງອາຄານຕ່າງໆ ຕາມບົດວິພາກເສດຖະກິດເຕັກນິກ ທີ່ໄດ້ຜ່ານການຮັບຮອງຈາກຂະແໜງການກ່ຽວຂ້ອງ ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດປະມານ 7 ປີ 8 ເດືອນ ແລະ ມີມູນຄ່າການລົງທຶນທັງໝົດ 130 ຕື້ກີບ ໃນນັ້ນ ມີອາຄານຕະຫຼາດສົດ, ສະຖານີລົດຂົນສົ່ງໂດຍສານ, ຕຶກອາຄານຫ້ອງແຖວ ແລະ ຫ້ອງການຕະ ຫຼາດ ໂດຍຈະເນັ້ນຄວາມສະອາດປອດໄພ ແລະ ການຮັກສາສິ່ງແວດລ້ອມ ເຊິ່ງສັນຍາດັ່ງກ່າວນີ້ ມີອາຍຸເບື້ອງຕົ້ນແມ່ນ 50 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ສາມາດຕໍ່ໄດ້ຕາມການຮັບຮອງສະພາປະຊາຊົນແຂວງ.


ໂຄງການກໍ່ສ້າງຕະຫລາດ ວີເອັນແອລ ໃຈກາງເມືອງປາກຊັນ ກໍ່ເພື່ອຕອບສະໜອງ ໃຫ້ແກ່ການຊື້-ຂາຍສິນຄ້າ, ການຄົມມະນາຄົມຂົນສົ່ງ ເພາະວ່າ ຈຸດທີ່ຕັ້ງດັ່ງກ່າວ ຕັ້ງຢູ່ໃຈກາງເມືອງ ເປັນຈຸດເສື່ອມໂຍງຂອງປະຕູເຂົ້າອອກ ລະຫວ່າງນະຄອນຫລວງວຽງຈັນ ຫາພາກໃຕ້ ແລະ ອອກສູ່ແຂວງຊຽງຂວາງ ເຊິ່ງຈະສ້າງສິ່ງອຳນວຍຄວາມສະດວກ ໃຫ້ແກ່ການຈະລາຈອນສິນຄ້າ ໄດ້ເປັນຢ່າງດີ.