ທສວ ຫຼຸດດອກເບ້ຍສິນເຊື່ອລົງ 2% ເພື່ອສົ່ງເສີມທຸລະກິດ

330

ກອງທຶນສົ່ງເສີມວິສາຫະ ກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ຫຼຸດອັດຕາດອກເບ້ຍສິນເຊື່ອຂອງ ທສວ ທີ່ປ່ອຍຜ່ານທະນາຄານພັດທະນາລາວ ໃນ 71 ສັນຍາ ລົງ 2% ແລະ ໃຫ້ທະນາຄານຫຼຸດດອກເບ້ຍເງິນກູ້ທີ່ເກັບກັບ SME ລົງ 2% ເຊັ່ນກັນ ເປັນເວລາ 3 ເດືອນ ເລີ່ມແຕ່ເດືອນກັນຍາ ຫາ ພະຈິກ 2020.

ທສວ ສ້າງຕັ້ງຂຶ້ນໃນປີ 2010 ຕາມດຳລັດສະບັບເລກທີ 123/ນຍ ລົງວັນທີ 03 ມີນາ 2020 ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ຕໍ່ມາໄດ້ຖືກປັບປຸງມາເປັນສະບັບເລກທີ 299/ລບ ລົງວັນທີ 04 ກັນຍາ 2020 ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ. ລັດຖະບານໄດ້ປະກອບທຶນໃຫ້ ທສວ ໃນເບື້ອງຕົ້ນ 16 ຕື້ກີບ ໃນປີ 2011 ແລະ ອີກ 16 ຕື້ກີບ ໃນປີ 2014 ທຶນດັ່ງກ່າວໄດ້ສະໜອງສິນເຊື່ອໃຫ້ວິສາຫະ ກິດຂະໜາດນ້ອຍ ແລະ ກາງ ( SME ) ຜ່ານທະນາຄານພັດທະນາລາວ ໃນປີ 2012 ຈໍານວນ 14 ຕື້ກີບ ແລະ ປີ 2015 ຈໍານວນ 16 ຕື້ກີບ. ຮອດປີ 2018 ທສວ ໄດ້ເພີ່ມທຶນໃຫ້ທະນາຄານພັດທະນາລາວ ຈໍານວນ 2 ຕື້ກີບ ລວມທັງໝົດເປັນ 32    ຕື້ກີບ.

ລວມຍອດການປ່ອຍກູ້ເລີ່ມແຕ່ເດືອນກັນຍາ 2012 ເຖິງເດືອນສິງຫາ 2020 ລວມມີ 260 ສັນຍາ, 155 ຫົວໜ່ວຍ ( ຜູ້ປະກອບກິດຈະການແມ່ຍິງ 131 ສັນຍາ, 84 ຫົວໜ່ວຍ ) ເປັນຈໍານວນເງິນ 79,01 ຕື້ກີບ. ໃນນັ້ນ, ປະກອບມີຂະແໜງການຄ້າ 75 ສັນຍາ ຈໍານວນ 23,57 ຕື້ກີບ; ຂະແໜງກະສິກຳ 76 ສັນຍາ ຈໍານວນ 25,39 ຕື້ກີບ; ຂະແໜງບໍລິການ 67 ສັນຍາ ຈໍານວນ 18,79 ຕື້ກີບ; ຂະແໜງອຸດສາຫະກຳ 32 ສັນຍາ ຈໍານວນ 8,58 ຕື້ກີບ ແລະ ຂະແໜງຫັດຖະກຳ 10 ສັນຍາ ຈໍານວນ 1,93 ຕື້ກີບ; ທຸລະກິດ SME ທີ່ໄດ້ຮັບສິນເຊື່ອບ້ວງນີ້ແມ່ນນອນໃນແຂວງຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ.

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ບັນດາຫົວໜ່ວຍທຸລະກິດ ໂດຍສະເພາະຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຮັບຜົນກະທົບຢ່າງໜັກ ພາໃຫ້ຫຼາຍຫົວໜ່ວຍທຸລະກິດມີລາຍຮັບໜ້ອຍລົງ, ກ້າວໄປເຖິງການຂາດກໍາໄລ ແລະ ບາງທຸລະກິດກໍບໍ່ສາມາດດຳເນີນກິດຈະການຕໍ່ໄປໄດ້.

ເພື່ອເປັນການຊ່ວຍຫຼຸດຜ່ອນຜົນກະທົບດັ່ງກ່າວຕໍ່ SME ທີ່ໄດ້ຮັບສິນເຊື່ອຂອງ ທສວ ຜ່ານທະນາຄານພັດທະນາລາວ ທສວ ໄດ້ມີມາດຕະການຊ່ວຍເຫຼືອ SME ທີ່ຍັງມີສັນຍາເງິນກູ້ກັບທະນາຄານພັດທະນາລາວປັດຈຸບັນທັງໝົດ 62 ຫົວໜ່ວຍ ( 71  ສັນຍາ ) ໂດຍການຫຼຸດອັດຕາດອກເບ້ຍທີ່ ທສວ ເກັບກັບທະນາຄານພັດທະນາລາວ ລົງ 2% ເປັນເວລາ 3 ເດືອນ ເລີ່ມແຕ່ເດືອນກັນຍາ ຫາ ເດືອນພະຈິກ 2020 ລວມເປັນຈຳນວນເງິນ 86.390.222 ກີບ ເພື່ອໃຫ້ທະນາຄານພັດທະນາລາວ ຫຼຸດດອກເບ້ຍເງິນກູ້ທີ່ເກັບກັບ SME ລົງ 2% ເຊັ່ນກັນ ເພື່ອຊ່ວຍແກ້ໄຂຄວາມຫຍຸ້ງຍາກ ແລະ ປະກອບສ່ວນຊຸກຍູ້ສະພາບຄ່ອງທາງການເງິນໃຫ້ດີຂຶ້ນ ແລະ ສາມາດດຳເນີນກິດຈະການຕໍ່ໄປ ໄດ້. ນີ້ກໍເປັນມາດຕະການໜຶ່ງໃນຂອບເຂດທີ່ ທສວ ສາມາດເຮັດໄດ້ ແລະ ຫວັງຢ່າງຍິ່ງວ່າການຊ່ວຍເຫຼືອຜູ້ປະກອບກິດຈະການ SME ໃນຄັ້ງນີ້ຈະສາມາດຫຼຸດຜ່ອນຄວາມຫຍຸ້ງຍາກຕ່າງໆໄດ້ໃນລະດັບໜຶ່ງ.

( ຂໍ້ມູນ: ກົມ SME )