ມຽນມາ ເລີ່ມຫາສຽງເລືອກຕັ້ງ ທ່ານ ນາງ ອອງຊານ ຊູຈີ ຫວັງນຳພັກຄວ້າໄຊຊະນະອີກຄັ້ງ

131

ທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດມຽນມາ ໄດ້ເລີ່ມລົງຫາສຽງທີ່ບໍລິເວນສຳນັກງານພັກສັນນິບານຊາດ ເພື່ອປະຊາທິປະໄຕ ( NLD ) ໂດຍປະກາດວ່າຈະນຳພັກຄວ້າໄຊຊະນະໃນການເລືອກທົ່ວໄປຂອງມຽນມາ ທີ່ຈະມີຂຶ້ນໃນເດືອນພະຈິກຈະເຖິງນີ້.

ການເລືອກຕັ້ງຄັ້ງນີ້ຈະເປັນບົດພິສູດສຳຄັນຂອງມຽນມາ ທ່າມກາງຄວາມທ້າທາຍຫຼາຍບັນຫາທີ່ມຽນມາກຳລັງປະເຊີນ ໂດຍສະເພາະບັນຫາເລື່ອງຊາວໂລຮິນຢາ ບວກກັບຄວາມທ້າທາຍໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ເພີ່ມຂຶ້ນຢ່າງກ້າວກະໂດດ ເມື່ອ 2 – 3 ອາທິດຜ່ານມາ ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມມາຮອດວັນທີ 8 ກັນຍາເປັນ 1.610 ຄົນແລ້ວ, ຜູ້ຕິດເຊື້ອລາຍໃໝ່ສ່ວນໃຫຍ່ຢູ່ລັດຍະໄຂ່ ເຊິ່ງໄດ້ປະກາດໃຊ້ມາດຕະການປິດປະເທດ ( ລັອກດາວ ) ໄປແລ້ວ.

ໃນຂະນະທີ່ການລົງຫາສຽງຂອງຜູ້ຮັບສະໝັກເລືອກຕັ້ງ ຕ້ອງຈຳກັດຜູ້ເຂົ້າຮ່ວມຮັບຟັງການປາໄສບໍ່ເກີນ 50 ຄົນ ທ່າມກາງທີ່ຫຼາຍຝ່າຍຮຽກຮ້ອງໃຫ້ເລື່ອນການເລືອກຕັ້ງອອກໄປກ່ອນ ແຕ່ນັກວິເຄາະຄາດການວ່າ ທ່ານ ນາງ ອອງຊານ ຊູຈີ ອາດຈະບໍ່ຍອມເລື່ອນ ເນື່ອງຈາກວ່າຄູ່ແຂ່ງອາດຈະຈັບເອົາປະເດັນການຄວບຄຸມພະຍາດໂຄວິດ – 19 ໄປໂຈມຕີ ເພື່ອດຶງຄວາມນິຍົມຈາກປະຊາຊົນ.