ເຮັດທຸລະກິດຍຸກ New Normal ຄວນຊອກລູກຄ້າໃໝ່ ພ້ອມທັງຮັກສາລູກຄ້າເກົ່າໃຫ້ໄດ້

99

ວົງຈອນຂອງການເຮັດທຸລະກິດທຸກປະເພດ ອາດມີຫຼາຍນິຍາມທີ່ແຕກຕ່າງກັນອອກໄປຕາມຄວາມເຊື່ອ ຫຼື ຫຼັກວິທີການຄິດຂອງເຈົ້າຂອງທຸລະກິດ ແຕ່ສິ່ງທີ່ຄ້າຍຄືກັນຄືເປົ້າໝາຍ, ມີກຳໄລ ເຊິ່ງອາຊີບນັກຂາຍ ແລະ ບໍລິການຈະມີຄວາມແຕກຕ່າງກັນຢ່າງຊິ້ນເຊີງ ໂດຍສິ່ງທີ່ເຮົາເຫັນນຳກັນໃນປັດຈຸບັນຄືທຸລະກິດທີ່ເຮັດການບໍລິການກຳລັງແຜ່ຫຼາຍໄລຍະ 2 – 3 ປີຜ່ານມາ.


ສະນັ້ນ, ການເຮັດທຸລະກິດໃນຂະແໜງການນີ້ຈະຕ້ອງໃຫ້ຄວາມສຳຄັນເລື່ອງຂອງການຂາຍ ແລະ ບໍລິການເປັນຢ່າງດີ ນັບຕັ້ງແຕ່ກ່ອນລູກຄ້າຈະເຂົ້າມາຮ້ານຈົນເຖິງການເບິ່ງແຍງ, ການນຳສະເໜີສິນຄ້າຕ່າງໆຢ່າງເອົາໃຈໃສ່ ເພື່ອໃຫ້ລູກຄ້າເກີດຄວາມສົນໃຈເມື່ອລູກຄ້າມາໃຊ້ບໍລິການແລ້ວກໍຢາກກັບມາໃຊ້ບໍລິການອີກຮອບ ແລະ ຄັ້ງຕໍ່ໄປ.
ນັກການຕະຫຼາດທ່ານໜຶ່ງບໍ່ປະສົງອອກນາມ ເວົ້າສູ່ຟັງວ່າ: ປັດຈຸບັນພວກເຮົາຢູ່ໃນຍຸກເຊື່ອມໂຍງ ຫຼື ຍຸກອຸດສາຫະກໍາ 4.0 ເຊິ່ງຜູ້ປະກອບການພາຍໃນເຮົາໄດ້ເລີ່ມມີການປັບຕົວທັງວິທີການຂາຍ ແລະ ບໍລິການ ລວມທັງເຕັກນິກຕ່າງໆຫຼາຍຂຶ້ນ ເຮັດໃຫ້ມີການຈ້າງຜູ້ຈັດການ, ຜູ້ຊ່ວຍປະເທດໃກ້ຄຽງເຂົ້າມາຊ່ວຍເບິ່ງແຍງທຸລະກິດ ໂດຍສະເພາະແມ່ນເຕັກນິກໃນການຂາຍ, ການບໍລິການຮັບຕ້ອນຕ່າງໆ; ຖັດລົງມາກໍແມ່ນຈັດຝຶກອົບຮົມໄລຍະສັ້ນທີ່ເປັນການສ້າງຄວາມເຂັ້ມແຂງໃຫ້ກັບບຸກຄະລາກອນໃຫ້ມີຄວາມສາມາດ ຖ້າບໍ່ເຮັດແບບນັ້ນກໍອາດປັບຕົວບໍ່ທັນຄູ່ແຂ່ງຢ່າງແນ່ນອນ.


ການເຮັດທຸລະກິດຍຸກຂອງການແຂ່ງຂັນຈະເຮັດແບບປະຖົມປະຖານຄືເກົ່າແມ່ນບໍ່ໄດ້ແລ້ວ ມີເທົ່າໃດຂາຍເທົ່ານັ້ນຕ້ອງເຮັດແບບມືອາຊີບໃຫ້ລູກຄ້າສາມາດເຊື່ອຖືໄດ້ຢ່າງຫາຍຫ່ວງ ເມື່ອເຂົ້າມາໃຊ້ບໍລິການຕ້ອງມີຄວາມໝັ້ນໃຈ ເຊັ່ນ: ບໍລິສັດຂາຍລົດໃຫຍ່ກໍຕ້ອງມີສູນບໍລິການຫຼັງການຂາຍໃຫ້ພ້ອມ ຄືກັບໂຮງໝໍທີ່ເບິ່ງແຍງຄົນເຈັບເປັນຢ່າງດີ ເພື່ອສ້າງ ຄວາມເພິ່ງພໍໃຈຂອງລູກຄ້າ. ນອກນີ້, ກໍອາດຈະມີກິດຈະກຳສົ່ງເສີມການຂາຍດ້ານອື່ນໆເສີມເຂົ້າມາຊື້ລົດມື້ນີ້ຫຼຸດ 20 ລ້ານກີບ, ປ່ຽນຖ່າຍນ້ຳມັນເຄື່ອງບໍ່ເກັບຄ່າບໍລິການ ເພາະເຂົ້າໃຈໄດ້ເຖິງຄວາມເປັນວັດທະນະທຳຂອງຄົນລາວ ຈຶ່ງເຮັດໃຫ້ບໍລິສັດມີຍອດຈຳໜ່າຍລົດແຕ່ລະປີບັນລຸເປົ້າທຸກລຸ້ນ.

ເວົ້າສະເພາະທຸລະກິດຮ້ານອາຫານ ເຊິ່ງເປັນທຸລະກິດທີ່ກຳລັງມາແຮງ ບໍ່ວ່າສະພາບເສດຖະກິດຈະຢູ່ໃນລັກສະນະເຕີບໂຕ ຫຼື ຖົດຖອຍ ກໍຕ້ອງໄດ້ປັບຕົວຕາມສະພາບ ເພາະບາງຮ້ານເກີດມາຫຼາຍປີ, ແຕ່ບໍ່ມີການປ່ຽນແປງ ອາດຈະປິດກິດຈະການກໍເປັນໄດ້, ແຕ່ບາງຮ້ານຂະຫຍາຍສາຂາເພີ່ມ ເພື່ອບໍລິການໃຫ້ທົ່ວເຖິງລູກຄ້າກໍຕ້ອງໄດ້ມີການສໍາຫຼວດເບິ່ງຄວາມຕ້ອງການຂອງຕະຫຼາດກໍຄືຜູ້ຊົມໃຊ້ ໂດຍສະເພາະແມ່ນການຂະຫຍາຍຖານລູກຄ້າໃໝ່ ແລະ ການຮັກສາຖານລູກຄ້າເກົ່າໄວ້ໃຫ້ໄດ້ ຈຶ່ງຈະເປັນການດີທີ່ສຸດ.
ເຈົ້າຂອງຮ້ານອາຫານແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ເຄີຍເວົ້າວ່າ: ທຸລະກິດຮ້ານອາຫານສິ່ງທີ່ຕ້ອງເຮັດກໍຄືຄວາມເຂົ້າໃຈລູກຄ້າ ທີ່ປະສົມປະສານເອກະລັກຄວາມມີວັດທະນະທຳຂອງຄົນລາວເຂົ້າໄປຈະເຮັດໃຫ້ມີຫຼາກຫຼາຍສີສັນ ແລະ ບໍ່ໜ້າເບື່ອ. ແຕ່ກໍຕ້ອງໄດ້ເບິ່ງວ່າກຸ່ມລູກຄ້າປະເພດໃດເປັນຫຼັກ ແລະ ລູກຄ້າສໍາຮອງ ເພາະລູກຄ້າຄົນທຳອິດຄືລູກຄ້າເປົ້າໝາຍຂອງເຮົາ ຕ້ອງພະຍາຍາມເບິ່ງແຍງບໍລິການສ້າງຄວາມພໍໃຈໃຫ້ກຸ່ມນີ້ກ່ອນ ແລ້ວລູກຄ້າເຫຼົ່ານີ້ຈະບອກຕໍ່ຊັກຊວນເອົາລູກຄ້າໃໝ່ເຂົ້າມາໃຫ້ເພີ່ມ.


ຂະນະທີ່, ບາງຮ້ານເຫັນລູກຄ້າເກົ່າມີຄວາມເປັນກັນເອງຫຼາຍເກີນໄປ ຈົນບໍ່ຢາກເບິ່ງແຍງຈະໄປເນັ້ນສົນໃຈແຕ່ລູກຄ້າໃໝ່. ສ່ວນຄົນເກົ່າບໍ່ໄດ້ເບິ່ງແຍງ ຫຼື ບໍລິການບໍ່ໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ, ນີ້ຄື ຄວາມຜິດພາດຢ່າງຮ້າຍແຮງທີ່ຈະເປັນກັບດັກໃຫ້ຜູ້ປະກອບການນໍາໄປສູ່ຄວາມຜິດພາດໃນອະນາຄົດ ເພາະລູກຄ້າທຸກຄົນຄວນໄດ້ຮັບການເອົາໃຈໃສ່ສະເໝີຕົ້ນສະເໝີປາຍ.
[ ໂດຍ: ສົມສະຫວິນ ]