ວິທີຂັບລົດລຸຍນໍ້າຖ້ວມ ຄວນປະຕິບັດແນວໃດ ?

228

ໃນລະຫວ່າງ 2 – 3 ວັນຜ່ານມານີ້ ເສັ້ນທາງໃນນະຄອນຫຼວງວຽງຈັນ ເວລາຝົນຕົກນໍ້າມັກຖ້ວມກະທັນຫັນຍ້ອນນໍ້າໄຫຼບໍ່ທັນ ສ້າງ ຄວາມລໍາບາກໃນການສັນຈອນ ແລະ ບາງຄັ້ງລົດຂອງທ່ານອາດຈະໄດ້ຮັບຜົນເສຍຫາຍຈາກການຂັບຜ່ານນໍ້າທີ່ຖ້ວມເລິກ. ສະນັ້ນ, ຄໍລໍາລົດມື້ນີ້ຈະພາທ່ານຜູ້ອ່ານມາຮູ້ຈັກເຕັກນິກການຂັບລົດຜ່ານນໍ້າຖ້ວມຕ້ອງປະຕິບັດແນວໃດ? ເພື່ອໃຫ້ເກີດຄວາມປອດໄພສູງສຸດ.

1. ສັງເກດຄວາມສູງຂອງລະດັບນໍ້າ: ໃຫ້ສັງເກດຈາກລົດຄັນໜ້າ ຖ້າລົດເກັ໋ງທົ່ວໄປຄວນຫຼີກລຽງລະດັບນໍ້າສູງກວ່າ 25 ຊັງຕີແມັດ ແລະ ຕ້ອງບໍ່ເກີນເຄິ່ງຕີນລົດ ຫາກຍັງຂັບລຸຍຕໍ່ໄປໂອກາດເຄື່ອງຈັກດັບມີສູງ, ສ່ວນລົດກະບະ 40 ຊັງຕີແມັດ.
2. ປິດແອ: ເພາະເມື່ອເປີດແອພັດລົມຈະເຮັດວຽກ ແລະ ພັດນໍ້າໃຫ້ກະຈາຍໄປທົ່ວຫ້ອງເຄື່ອງຈັກ ເຊິ່ງນໍ້າຈະເປັນຕົວພາໃຫ້ເຄື່ອງຈັກດັບໄດ້.

  1. ຂັບຊ້າໆ: ເພື່ອຫຼີກລຽງການຕົກຂຸມທີ່ແນມບໍ່ເຫັນ ໂດຍສັງເກດຈາກລົດຄັນໜ້າ ແລະ ພະຍາຍາມຈື່ເສັ້ນທາງໄວ້ຂັບລົດຜ່ານນໍ້າຖ້ວມໃຫ້ໃຊ້ຄວາມໄວສະໝໍ່າສະເໝີ ແລະ ຕໍ່າສຸດ ດ້ວຍລະດັບ ຄວາມໄວທີ່ໝັ້ນຄົງໃຊ້ເກຍຕໍ່າຄືເກຍ 1 – 2 ແລະ ຮັກສາອັດຕາເລັ່ງໄວ້ໃຫ້ໄດ້ປະມານ 1.500 – 2.000 ຮອບ ຖ້າຕໍ່າກວ່ານີ້ເຄື່ອງຈັກອາດຈະດັບໄດ້ ຖ້າສູງເຄື່ອງຈັກອາດຈະດູດອາກາດ ແລະ ນໍ້າເຂົ້າໄປເຄື່ອງຈັກ. ສໍາລັບລົດເກຍໂອໂຕ້ ໃຊ້ເກຍ L ໃຫ້ຈື່ໄວ້ວ່າຂັບຊ້າໆຢ່າຢຸດ ແລະ ຢ່າເລັ່ງຄວາມໄວ.
  2. ຢ່າເລັ່ງເຄື່ອງຈັກ: ການຂັບລົດລຸຍນໍ້າຖ້ວມ ໂດຍເລັ່ງເຄື່ອງຈັກເພື່ອດັນນໍ້າອອກຈາກທໍ່ໄອເສຍເປັນການເຂົ້າໃຈຜິດ ເພາະຖ້າເລັ່ງເຄື່ອງຈັກຈະເຮັດໃຫ້ຈັກຮ້ອນ ເມື່ອເຄື່ອງຈັກຮ້ອນພັດລົມລະບາຍຄວາມຮ້ອນເຮັດວຽກ ກໍຈະພັດນໍ້າໃຫ້ກະຈາຍເຕັມຫ້ອງເຄື່ອງຈັກນັ້ນເອງ.

  3. ໃນໄລຍະຝົນຕົກອາດມີລົມພັດແຮງ: ເຮັດໃຫ້ເສົາໄຟຟ້າຫັກລົງ. ສະນັ້ນ, ຫຼີກລຽງບໍ່ຂັບຜ່ານຈຸດທີ່ມີສາຍໄຟຟ້າຈົມນໍ້າເພື່ອບໍ່ໃຫ້ຖືກໄຟຟ້າຊ໋ອດ.

  4. ສັງເກດເບິ່ງວ່າມີວັດຖຸອື່ນລອຍຕາມນໍ້າມາ ຫຼື ບໍ່: ເພາະຈະຂວາງທາງເຮັດໃຫ້ທ່ານຂັບຕໍ່ໄປບໍ່ໄດ້.
  5. ພະຍາຍາມຮັກສາໄລຍະຫ່າງຈາກລົດຄັນໜ້າ: ເພາະລະບົບເບຣກແຊ່ນໍ້າ ອາດຈະເຮັດໃຫ້ປະສິດທິພາບຕໍ່າລົງ.

  1. ຫາກເຄື່ອງຈັກດັບກາງນໍ້າ: ຫ້າມຕິດຈັກລົດເພາະເຄື່ອງຈັກອາດຈະໄດ້ຮັບ ຄວາມເສຍຫາຍ ໃຫ້ໂທຂໍ ຄວາມຊ່ວຍເຫຼືອ ຫຼື ເອີ້ນຄົນທີ່ຢູ່ພາຍນອກລົດຊ່ວຍ.
  2. ຫຼຸດຄວາມໄວລົງເມື່ອຂັບລົດສວນກັນ: ເພາະລົດທີ່ສວນທາງມາຈະມີລະດັບຄື້ນນໍ້າທີ່ດັນຜ່ານມາກັບຄື້ນທີ່ເຮົາດັນໄປ ເຮັດໃຫ້ເກີດການປະທະລະຫວ່າງ 2 ຄື້ນ ແລະ ຄື້ນນໍ້າທີ່ຕໍາກັນຈະກໍ່ໃຫ້ເກີດແຮງກະທົບພ້ອມກັບລະດັບນໍ້າທີ່ສູງຂຶ້ນ ເຊິ່ງມັນສາມາດເຂົ້າໄປສ້າງຄວາມເສຍຫາຍພາຍໃນ ຫຼື ຖ້ວມຫ້ອງເຄື່ອງຈັກໄດ້.