ລາບໝູລົດຊາດທີ່ເຂັ້ມຂຸ້ນ ລົດຊາດແຊບເຜັດຈັດຈ້ານ ກິນຄູ່ກັບຜັກເຂົ້າກັນໄດ້ດີ ຖ້າມີເຂົ້າໜຽວຮ້ອນໆຈົກກິນ ຮັບຮອງແຊບຈົນຕ້ອງຂໍເພີ່ມກັນແນ່ນອນ.
ວັດຖຸດິບ
ໝູສັບ 200 ກຣາມ
ນ້ຳໝາກນາວ 1 ບ່ວງແກງ
ນ້ຳປາ 1 ບ່ວງແກງ
ຜົງປຸງລົດຊາດ ½ ບ່ວງຊາ
ໝາກເຜັດປົ່ນ 1 ບ່ວງຊາ
ເຂົ້າຂົ້ວ 1 ບ່ວງແກງ
ຫອມບົວ, ຫອມປ້ອມ, ຫອມເປ, ຫອມລາບ, ຫອມບົວແດງແຫ້ງ (ຊອຍໃສ່ຕາມໃຈມັກ)
ວິທີປຸງແຕ່ງ
- ລ້າງຜັກຫອມທັ້ງໝົດທີ່ຈະໃສ່ລາບແລ້ວຊອຍໄວ້.
-
ນຳເອົາໝູສັບໃສ່ໝໍ້ຕັ້ງໄຟຕື່ມນ້ຳໃສ່ເລັກນ້ອຍ ຂົ້ວຈົນໝູສັບສຸກກໍປິດໄຟໄວ້ພັກໃຫ້ໝູເຢັນ.
-
ປຸງລົດຊາດໂດຍໃສ່ນ້ຳປາ ຜົງປຸງລົດຊາດ ໝາກເຜັດປົ່ນ ແລະ ເຂົ້າຂົ້ວຄົນໃຫ້ເຂົ້າກັນ.
-
ໃສ່ນ້ຳໝາກນາວ ຄົນໃຫ້ເຂົ້າກັນອີກຮອບໜຶ່ງພ້ອມໃສ້ຜັກຫອມທີ່ກຽມໄວ້ໃສ່ລົງໄປໃຫ້ໝົດ.
- ຕັກເສີບໃສ່ຈານພ້ອມຜັກກັບຕ່າງໆຕາມໃຈມັກເລີຍ.