ຍີ່ປຸ່ນ ໃຫ້ທຶນ 3 ລ້ານໂດລາ ພັດທະນາຊັບພະຍາກອນມະນຸດແກ່ລາວ

94

ລັດຖະບານຍີ່ປຸ່ນ ໄດ້ລົງນາມໃຫ້ທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ( ລະດັບປະລິນຍາໂທ ແລະ ປະລິນຍາເອກ ) ເຊິ່ງມີມູນຄ່າ 317 ລ້ານເຢນ ຫຼື 3 ລ້ານໂດລາສະຫະລັດ.

ພິທີລົງນາມຈັດຂຶ້ນໃນວັນທີ 16 ກໍລະກົດ 2020 ທີ່ກະຊວງການຕ່າງປະເທດ, ຕາງໜ້າຝ່າຍລາວຮ່ວມລົງນາມ ແລະ ກ່າວຮັບໂຄງການດັ່ງກ່າວ ໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ໂດຍ ທ່ານ ທາເກວາກະ ເຄໂຊ ( TAKE-WAKA Keizo ) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ໂດຍມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ພາບປະກອບຂ່າວເທົ່ານັ້ນ

ໂຄງການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໂຄງການທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ( ລະດັບປະລິນຍາໂທ ແລະ ປະລິນຍາເອກ ) ເຊິ່ງມີມູນຄ່າ 317 ລ້ານເຢນ ຫຼື 3 ລ້ານໂດລາສະຫະລັດ. ນັບແຕ່ປີ 2000 ມາຮອດປີ 2019 ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ( ທຶນ JDS ) ລວມທັງໝົດ 414 ທຶນ ເພື່ອຊ່ວຍຍົກລະດັບຂີດຄວາມສາມາດຂອງພະນັກງານລັດຖະກອນລາວໃຫ້ນັບມື້ສູງຂຶ້ນ. ພ້ອມນີ້, ຍີ່ປຸ່ນຍັງເປັນປະເທດອັນດັບແຖວໜ້າທີ່ໃຫ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ ( ODA ) ແກ່ ສປປ ລາວ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈຢ່າງຈິງໃຈ, ຕີລາຄາສູງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ໂຄງການຊ່ວຍເຫຼືອດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ເພື່ອພັດທະນາຂະແໜງການສຶກສາຂອງ ສປປ ລາວ ໃຫ້ນັບມື້ມີຄຸນນະພາບສູງຂຶ້ນ ແລະ ຫວັງຢ່າງຍິ່ງວ່າລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ທາເກວາກະ ເຄໂຊ ໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອໃນຄັ້ງນີ້ ໂດຍເປັນການມອບທຶນການສຶກສາ ຈຳນວນ 22 ທຶນ ໃຫ້ແກ່ລັດຖະກອນຜູ້ໜຸ່ມນ້ອຍ ເພື່ອສືບຕໍ່ສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ. ລັດຖະບານຍີ່ປຸ່ນ ໃຫ້ຄວາມສຳຄັນໃນຂະແໜງການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ຖືເປັນໜຶ່ງໃນວຽກບຸລິມະສິດໃນແຜນພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ທ່ານທູດກໍສະແດງຄວາມຍິນດີສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ – ຍີ່ປຸ່ນ ໃຫ້ນັບມື້ໄດ້ຮັບປະສິດທິຜົນສູງສຸດ.