ຂ່າວດີທີ່ສຸດມື້ນີ້! ຄົນເຈັບຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍໄດ້ອອກໂຮງໝໍແລ້ວ

92

ນັບວ່າເປັນຂ່າວດີທີ່ສຸດໃນໄລຍະ ເກືອບ 2 ເດືອນ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຍິ່ງໄປກວ່ານັ້ນ ຂ່າວດີສໍາລັບມື້ນີ້ ນອກຈາກຈະປອດເຊື້ອເຊັ່ນເຄີຍແລ້ວ ຜູ້ຕິດເຊື້ອໂຄວິດ-19 ພຽງຄົນດຽວທີ່ຍັງປິ່ນປົວຢູ່ໂຮງໝໍນັ້ນ ມື້ນີ້ 9 ມິຖຸນາ 2020 ຜູ້ກ່ຽວໄດ້ອອກໂຮງໝໍແລ້ວ. ດັ່ງນັ້ນ, ມາຮອດປັດຈຸບັນ ລາວເຮົາມີຜູ້ຕິດເຊື້ອສະສົມຢູ່ທີ່ 19 ຄົນ ແລະ ທັງໝົດແມ່ນປິ່ນປົວຫາຍດີອອກໂຮງໝໍທຸກຄົນແລ້ວ.

ອີງຕາມຂໍ້ມູນຈາກ ສູນຂ່າວສານດ້ານການແພດສຸຂະສຶກສາ Centre of Information and Education for Healthໄດ້ອອກມາເປີດເຜີຍຂໍ້ມູນຄົນເຈັບຜູ້ຕິດເຊື້ອໂຄວິດ-19 ໄດ້ອອກໂຮງໝໍເພີ່ມອີກ 1ຄົນ ວ່າ: ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງ ສປປ ລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ, ໂດຍຜູ້ທີ່ອອກໂຮງໝໍຄົນຫຼ້າສຸດແມ່ນ ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທີ່ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28 ມີນາ 2020 ໄດ້ປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍໃນມື້ນີ້ 9 ມິຖຸນາ 2020 ເຊິ່ງເປັນຄົນສຸດທ້າຍ.

ແນວໃດກໍ່ຕາມ ນີ້ຖືເປັນຜົນສໍາເລັດອັນຍິ່ງໃຫຍ່ຂອງວົງການແພດລາວ ແລະ ຍ້ອນມີການຊີ້ນຳ ນຳພາ ທີ່ດີຂອງການນຳຂັ້ນສູງພັກ-ລັດ ກໍ່ຄືອຳນາດການປົກຄອງທຸກຂັ້ນ, ພ້ອມດ້ວຍການຊ່ວຍເຫຼືອໃຫ້ຄວາມຮ່ວມມືຂອງທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງເຮັດໃຫ້ລາວເຮົາໄດ້ຮັບໄຊຊະນະດັ່ງກ່າວນີ້.