ຄາວາຊາກິ ກຽມຜະລິດລົດຈັກໄຟຟ້າສູ່ຕະຫຼາດ

147

ຄາວາຊາກິ Kawasaki ມີຂ່າວຫຼຸດອອກມາກ່ຽວກັບການຜະລິດລົດຈັກໄຟຟ້າ ເພື່ອເປັນທາງເລືອກ ເຊິ່ງໃນງານ Eicma 2019 ຄ້າຍ Kawasaki ໄດ້ນໍາ EV Project ຫຼື ລົດຈັກໄຟຟ້າຕົ້ນແບບອອກມາວາງສະແດງໃຫ້ເຫັນເປັນຄັ້ງທໍາອິດ ມີການຈົດລິຂະສິດຢ່າງເປັນທາງການ ເພື່ອຢືນຢັນວ່າແນວຄິດການຜະລິດລົດຈັກໄຟຟ້າເລີ່ມແລ້ວ.

ຫຼ້າສຸດ Kawasaki ໄດ້ປ່ອຍຄລິບວິດີໂອສັ້ນໆລົງໃນຢູທູບ ເຮັດໃຫ້ເຮົາໄດ້ເຫັນຮູບຮ່າງຂອງລົດຈັກໄຟຟ້າເປັນຄັ້ງທໍາອິດ ໂດຍມີຊື່ວ່າ Endeavour ຕາມການນໍາສະເໜີໃຊ້ພະລັງງານສູງສຸດບໍ່ເກີນ 30 ແຮງມ້າ, ມີລະບົບເກຍ QuickShifter 4 ສະປີດ ເຊິ່ງຈະຊ່ວຍດຶງສັກກະຍະພາບເຄື່ອງຈັກ EV ໄດ້ດີຍິ່ງຂຶ້ນ, ສ່ວນແບັດເຕີຣີ ແລະ ບ່ອນສາກໄຟຟ້າຢູ່ດ້ານເທິງ, ສ່ວນໂຄງສ້າງເປັນໄປຕາມມາດຕະຖານທີ່ຄຸ້ນເຄີຍ.ລັກສະນະການອອກແບບໄປທາງລົດບິກໄບ້, ບາງຊິ້ນສ່ວນມີລັກສະນະຄືກັບລຸ້ນ Z400 ແລະ Z650, ຕົວຖັງຄືລຸ້ນ Ninja 400 ແລະ Ninja 1000SX.

ແນວໃດກໍດີ Kawasaki ເຖິງຈະຜະລິດລົດຈັກໄຟຟ້າຊ້າກວ່າຄ້າຍອື່ນ ແຕ່ນັ້ນກໍໝາຍຄວາມວ່າຄວາມຕ້ອງການລົດຈັກໄຟຟ້າຂອງປະຊາກອນໂລກກໍາລັງເປັນຕົວເລືອກໃໝ່ທີ່ໜ້າຕິດຕາມໃນອະນາຄົດວ່າຄ້າຍໃດຈະສາມາດຜະລິດລົດຈັກ EV ໄດ້ຕອບໂຈດຄົນມັກລົດໄດ້ຫຼາຍທີ່ສຸດ.

ຂໍ້ມູນ https://car.kapook.com/view224860.html