ປະເທດສະມາຊິກກຸ່ມຈີ-20ຕົກລົງໃຫ້ພັກໜີ້ພາກລັດຂອງປະເທດທີ່ທຸກຍາກທີ່ສຸດໃນໂລກ77ປະເທດຈົນເຖິງທ້າຍປີນີ້.
ທ່ານ ໂມຮໍາເໝັກ ອັນ ຈາດານ ລັດຖະມົນຕີວ່າການກະຊວງການເງິນຂອງອາຣັບບີຊາອຸດິດເຊິ່ງເປັນປະເທດກຸ່ມຈີ-20ໃນປີນີ້ກ່າວວ່າ:ປະເທດສະມາຊິກຈີ-20ເຫັນດີຮ່ວມກັນໃຫ້ພັກໜີ້ຂອງກຸ່ມປະເທດທີ່ທຸກຍາກທີ່ສຸດໃນໂລກລວມ77ປະເທດ,ພ້ອມກັບການໃຫ້ເງິນຊ່ວຍເຫຼືອຈໍານວນ20.000ລ້ານໂດລາເພື່ອສົ່ງເສີມສະພາບຄ່ອງແກ່ກຸ່ມປະເທດດັ່ງກ່າວ.
ນອກຈາກນີ້,ຈີ-20ຍັງໄດ້ສະແດງຄວາມຍິນດີຕໍ່ການບັນລຸຂໍ້ຕົກລົງຂອງກຸ່ມປະເທດສົ່ງອອກນໍ້າມັນຫຼືໂອເປກ ແລະ ປະເທດພັນທະມິດຫຼືໂອເປກພລັດໃນການຫຼຸດກໍາລັງການຜະລິດ9,7ລ້ານບາເຣວຕໍ່ວັນ.
ສໍານັກຂ່າວຣອຍເຕ່ລາຍງານອ້າງອີງຖະແຫຼງການສະຫຼຸບຜົນກອງປະຊຸມທາງວິດີໂອຄອນຟໍເຣນຂອງຜູ້ນໍາຈາກກຸ່ມຈີ-20ວ່າຜູ້ນໍາຈາກກຸ່ມປະເທດເຫຼົ່ານີ້ເຫັນດີຮ່ວມກັນອັດສີດຈໍານວນເງິນ5ພັນຕື້ໂດລາເພື່ອບັນເທົາຜົນກະທົບຈາກການລະບາດຂອງໂຄວິດ-19ຕໍ່ເສດຖະກິດໂລກ.