ໄລຍະນີ້ທີ່ເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບັນດາບໍລິສັດປັບຫຼຸດເງິນເດືອນ ບາງຈຳນວນກໍ່ລາພັກວຽກໂດຍບໍ່ຮັບເງິນ ສະນັ້ນ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ລັດຖະກອນ ລັດຖະບານກໍ່ຄືກະຊວງການເງິນຈິ່ງໄດ້ອອກແຈ້ງການ ສະບັບເລກທີ 1027/ກງ ລົງວັນທີ 10 ເມສາ 2020 ກ່ຽວກັບການຈັດຕັ້ງການຈັດຕັ້ງປະຕິບັດ ພັນທະອາກອນຕາມຂໍ້ຕົກລົງວ່າດ້ວຍການກໍານົດນະໂຍບາຍ ແລະມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ.
ໃນແຈ້ງການໄດ້ລະບຸໄວ້ວ່າ:
1 ໃຫ້ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ເງິນເດືອນ ຂອງຜູ້ອອກແຮງງານທັງພາກລັດ ແລະ ເອກະຊົນ ທີ່ມີລາຍໄດ້ 5 ລ້ານກີບລົງມາ ໃນໄລຍະ 3 ເດືອນ (ເມສາ ພຶດສະພາ ແລະ ມິຖຸນາ).
ແຕ່ສໍາລັບຜູ້ມີລາຍໄດ້ເງິນເດືອນເກີນ 5 ລ້ານກີບຂຶ້ນໄປ ໃຫ້ຄິດໄລ່ຫັກຍົກເວັ້ນຫ້າລ້ານກີບກ່ອນແລ້ວຈຶ່ງຄິດໄລ່ຕາມຂັ້ນທະວີຄູນທີ່ໄດ້ກຳນົດໄວ້ໃນມາດຕາ39 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ສະບັບເລກທີ 6/ສນຊ, ລົງວັນທີ 18 ມິຖຸນາ 2019, ສໍາລັບໄລຍະເວລາ ການແຈ້ງ ແລະຊໍາລະອາກອນໃຫ້ປະຕິບັດດັ່ງນີ້:
ອາກອນລາຍໄດ້ເງິນເດືອນ ເດືອນເມສາ 2020 ໃຫ້ແຈ້ງ ແລະ ຊຳລະອາກອນ ບໍ່ໃຫ້ກາຍວັນທີ 20 ພຶດສະພາ 2020,
ອາກອນລາຍໄດ້ເງິນເດືອນ ຂອງເດືອນ ພຶດສະພາ 2020 ໃຫ້ແຈ້ງ ແລະ ຊຳລະອາກອນ ບໍ່ໃຫ້ກາຍວັນທີ 20 ມິຖຸນາ 2020;
ອາກອນລາຍໄດ້ເງິນເດືອນຂອງເດືອນ ມີຖຸນາ 2020 ໃຫ້ແຈ້ງ ແລະ ຊຳລະອາກອນ ບໍ່ໃຫ້ກາຍວັນທີ 20 ກໍລະກົດ 2020;
2 ປະຕິບັດນະໂຍຍົກເວັ້ນການເກັບອາກອນລາຍໄດ້ ຕາມທີ່ໄດ້ກໍານົດໄວ້ໃນມາດ 29 ຂໍ້ 2 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ ເລກທີ 6/ສນຊ, ລົງວັນທີ 18 ມີນາ 2019 ເປັນໄລຍະ 3 ເດືອນ (ເດືອນເມສາ ພຶດສະພາ ແລະ ມິຖຸນາ).
ສໍາລັບຫົວຫນ່ວຍວິສາຫະກິດໃດຫາກໄດ້ມອບອາກອນລ່ວງໜ້າຕາມສັນຍາ ແມ່ນສາມາດນໍາເຂົ້າຈໍານວນເງິນອາກອນຂອງເດືອນເມສາ, ພຶດສະພາ ແລະ ເດືອນມິຖຸນາ ໄປຫັກອອກໄດ້ໃນເຕືອນຕໍ່ໄປຈົນກວ່າຈະໝົດ
3 ສໍາລັບຜູ້ທີ່ປະຕິບັດການແຈ້ງເສຍອາກອນລາຍໄດ້ເງິນເດືອນແບບມອບເຫມົາ ຫຼື ປະຕິບັດຕາມອັດຕາຄົງທີ່ຕາມສັນຍາສໍາປະທານທີ່ລັດຖະບານໄດ້ລົງນາມນັ້ນ ໃຫ້ແຈ້ງມາຕາມສັນຍາໂຄງການທີ່ໄດ້ກໍານົດໄວ້(ໝາຍວ່າບໍ່ໄດ້ຮັບນະໂຍບາຍຍົກເວັ້ນຕາມຂໍ້ 1 ຂ້າງເທິງ).
4 ວິທີການແຈ້ງມອບອາກອນລາຍໄດ້ເງິນເດືອນສໍາລັບການຍົກເວັ້ນ 5 ລ້ານກີບ ແມ່ນໃຫ້ຜູ້ແຈ້ງມອບອາກອນເງິນເດືອນຕາມຂັ້ນຕອນ ແລະ ວິທີການປົກກະຕິ ທີ່ເຄີຍແຈ້ງຜ່ານມາ, ລະບົບ TaxRIS ຈະໄລ່ຍົກເວັ້ນ 5 ລ້ານກີບໃຫ້ແບບໂອໂຕໂນມັດ.