ຫຼາຍຄົນອາດຈະເຄີຍກິນສົ້ມໝູ, ສົ້ມປາ ຫຼື ສົ້ມຊີ້ນງົວ ແຕ່ມື້ນີ້ເຮົາຈະນໍາເອົາສູດເຮັດສົ້ມເອັນໄກ່ມາຝາກເພື່ອຜູ້ທີ່ຢາກປ່ຽນມາຫຍໍ້າກະດູກອ່ອນ ເຊິ່ງລົດຊາດກໍອາດຈະບໍ່ແຕກຕ່າງຈາກສົ້ມຊີ້ນປະເພດອື່ນໆ ແລະ ສາມາດເຮັດເປັນກັບແກ້ມ ຫຼື ກິນກັບເຂົ້າກໍແຊບເຊັ່ນກັນ.
ສ່ວນປະສົມ:
1 ເອັນໄກ່ 500 ກຣາມ.
2 ເກືອ 1 ບ່ວງແກງ.
3 ກະທຽມລາວຕຳ 1/2 ຖ້ວຍນ້ອຍ.
4 ເຂົ້າໜຽວສຸກ 30 ກຣາມ.
5 ນໍ້າມັນສຳລັບຈືນ.
6 ເຄື່ອງຄຽງທີ່ຈະກິນກັບ ເຊັ່ນ: ຜັກຕ່າງໆ, ຫົວກະທຽມ, ຫົວຜັກບົ່ວແດງ, ໝາກເຜັດ ແລະ ອື່ນໆ.
ວິທີເຮັດສົ້ມເອັນໄກ່:
ລ້າງເອັນໄກ່ໃຫ້ສະອາດຈຶ່ງໃສ່ເກືອນວດໃຫ້ເຂົ້າກັນດີຈຶ່ງໃສ່ກະທຽມ ແລະ ເຂົ້າໜຽວແລ້ວນວດຕໍ່ຈົນສ່ວນປະສົມທຸກຢ່າງເຂົ້າກັນ. ຈາກນັ້ນ, ຕັກໃສ່ຖົງໄລ່ອາກາດອອກໃຫ້ໝົດ ແລະ ມັດຖົງໄວ້ໃຫ້ແໜ້ນ ( ຊ້ອນຖົງຫຼາຍໆຊັ້ນແລ້ວມັດທັບອີກຄັ້ງ ).
ຫຼັງຈາກນັ້ນ, ປະໄວ້ໃນອຸນຫະພູມຫ້ອງ ປະມານ 2 ມື້ ຫຼື ຈົນເອັນໄກ່ສົ້ມກໍໃຊ້ໄດ້ແລ້ວ ແລະ ນຳມາຈືນໃນນ້ຳມັນຮ້ອນດ້ວຍລະດັບໄຟປານກາງ ພໍສຸກຕັກຂຶ້ນໃຫ້ສະເດັດນ້ຳມັນ ຈັດໃສ່ຈານເສີບພ້ອມກັບເຄື່ອງຄຽງຕ່າງໆຕາມໃຈມັກ.
( ຂໍ້ມູນຈາກ: cooking.kapook.com )
[ ຮຽບຮຽງ: ນຸ້ມນິ້ມ ]