ເຈົ້າພາບ ຊຽງຂວາງ ເກມ 2020 ຕັ້ງເປົ້າບໍ່ໃຫ້ຫຼຸດ 38 ຫຼຽນຄໍາ, ສ່ວນສະໜາມເປີດ-ປິດ ສ້າງສໍາເລັດ 100%

375

ທັບນັກກີລາ ແຂວງຊຽງຂວາງ ເຈົ້າພາບງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ສົ່ງຄະນະນໍາ, ຄູຝຶກ ແລະ ນັກກີລາ 600 ກວ່າຄົນເຂົ້າຮ່ວມ ຕັ້ງເປົ້າຈະສູ້ຊົນບໍ່ໃຫ້ຫຼຸດ 38 ຫຼຽນຄໍາ, 32 ຫຼຽນ ແລະ 41 ຫຼຽນທອງ ແລະ ໃຫ້ຕິດ 1 ໃນ 9 ຂອງຕາຕະລາງສະຫຼຸບຫຼຽນ ຂະນະທີ່ ສະໜາມເປີດ-ປິດ ສ້າງສໍາເລັດແລ້ວ 100%.

ທ່ານ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ, ປະທານຄະນະກຳມະການຈັດງານ ມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ໃຫ້ສໍາພາດຕໍ່ທີມຂ່າວ ເສດຖະກິດການຄ້າ ເມື່ອອາທິດທີ່ຜ່ານມາວ່າ: ດັ່ງທີ່ຮູ້ ແຂວງຊຽງຂວາງ ກຽມເປັນເຈົ້າພາບຈັດ 3 ງານໃຫຍ່ລະດັບຊາດກໍ່ຄື: ງານສະເຫຼີມສະຫຼອງ ທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ, ງານສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ແລະ ງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11 ເຊິ່ງຜ່ານການກວດກາແມ່ນໄດ້ກະກຽມຄວາມພ້ອມແລ້ວ ໂດຍສະເພາະສະໜາມເປີດ-ປິດ ງານກີລາໄດ້ສ້າງສໍາເລັດແລ້ວ ເຫຼືອແຕ່ການປັບປຸງພື້ນສະໜາມ ແລະ ບົວລະວັດ ເພາະກ່ອນໜ້ານີ້ອຸ່ນຫະພູມຫຼຸດລົງເຖິງ 0 ອົງສາ ເຮັດໃຫ້ຫຍ້າຫົດຕົວ ແລະ ຈໍານວນໜຶ່ງກໍຕ່າຍໄປ ເຮັດໃຫ້ການບົວລະບັດເປັນໄປດ້ວຍຄວາມຍາກລໍາບາກ ແລະ ມາຮອດປັດຈຸບັນອາກາດດີຂຶ້ນ ເຮັດໃຫ້ຫຍ້າເລີ່ມຂຽວ.

ຂະນະດຽວກັນ ທ່ານ ທອງສີ ພັນທະວົງ ຮອງຫົວໜ້າພະແນກສຶກສາການ ແລະ ກີລາແຂວງຊຽງຂວາງ, ທັງເປັນຄະນະກອງເລຂາ ແລະ ຫົວໜ້າອະນຸກໍາມະກາເນື້ອໃນ ລາຍງານເພີ່ມຕື່ມວ່າ: ພື້ນຖານໂຄ່ງລ່າງມາຮອດປັດຈຸບັນ ກໍາລັງກວດກາເຊັກກຽມມອບຮັບສະໜາມເປີດ-ປິດ ໃນໄວໆນີ້ ລວມເຖິງສະໜາມອື່ນກໍຂຸ້ນຂ້ຽວກວດກາຢ່າງຮີບດ່ວນ ແລະ ໃຫ້ຈະສໍາເລັດແລ້ວ, ດັ່ງທີ່ຮູ້ວ່າ ງົບປະມານຂອງລັດຖະບານ ມີຄວາມເບາະບາງ, ຈິ່ງໄດ້ສະເໜີຂໍງົບຈາກພາກເອກະຊົນ ມາສ້າງສະໜາມເພີ່ມຕື່ມອີກ 6 ສະໜາມໄດ້ແກ່ ສະໜາມບານສົ່ງໃນຮົ່ມ, ສະໜາມຍິງປືນ, ສະໜາມກ໊ອຟ, ໂບລີ້ງ, ເປຕັງ ແລະ ສະນຸກເກີ.

“ ພື້ນຖານໂຄ່ງລາງອີກຢ່າງແມ່ນເສັ້ນທາງ ເຂົ້າສະໜາມເປີດ-ປິດ ແມ່ນມີການສ້າງສໍາເລັດແລ້ວ 100% ເຊິ່ງມີ 2 ເສັ້ນທາງທີ່ສາມາດເຂົ້າສະໜາມດັ່ງກ່າວໄດ້ ໂດຍໄດ້ມີການປູກຕົ້ນໄມ້ຕາມແຄມເສັ້ນທາງ ແລະ ຍັງໄດ້ຕິດຕັ້ງຕາຄ່າຍໄຟຟ້າ ໄຟເຍືອງທາງເຂົ້າສະໜາມດັ່ງກ່າວ, ສ່ວນສະຖານທີ່ພັກຂອງນັກກີລາ ແລະ ຄູຝຶກ ພວກເຮົາໄດ້ກໍານົດເອົາ 27 ແຫ່ງ ເຊິ່ງພວກເຮົາໄດ້ມີການກວດກາ ແລະ ປະມູນການປັບປຸງໄປສໍາເລັດໄປແລ້ວ 19 ແຫ່ງ ຄາດວ່າທ້າຍເດືອນກຸມພານີ້ ຈະສໍາເລັດຢ່າງສົມບູນ ແລະ ວັນທີ 13-14 ມີນາ 2020 ຈະເປີດນໍາໃຊ້ສະໜາມທີ່ພັກຢ່າງເປັນທາງການ ” ທ່ານ ທະວົງສີ ພັນທະວົງ ກ່າວ.

ທ່ານ ທະວົງສີ ພັນທະວົງ ກ່າວອີກວ່າ: ຊຽງຂວາງ ເກມ 2020 ມີ 24 ພາກສ່ວນແຈ້ງເຈດຈໍານົງເຂົ້າຮ່ວມປະກອບດ້ວຍ 17 ແຂວງ ກັບ 1 ນະຄອນຫຼວງເຂົ້າຮ່ວມແຂ່ງຂັນ ແລະ 6 ກະຊວງ ສະເພາະແຂວງຊຽງຂວາງ ສົ່ງເຂົ້າຮ່ວມຄະນະນໍາ, ຄູຝຶກ ແລະ ນັກກີລາ 655 ຄົນ ( ຍິງ 274 ຄົນ ) ເຂົ້າຮ່ວມແຂ່ງຂັນ ເຂົ້ານອນສູນແຕ່ວັນທີ 15 ມັງກອນ 2020 ສົ່ງເຂົ້າຮ່ວມຄົບ 28 ປະເພດກີລາ ເຊິ່ງທາງຄະນໍາຕັ້ງເປົ້າໄວ້ 38 ຫຼຽນຄໍາ, 32 ຫຼຽນ ແລະ 41 ຫຼຽນທອງ ລວມ 122 ຫຼຽນຄໍາ ເພື່ອໃຫ້ຕິດ 1 ໃນ 9 ຂອງຕາຕະລາງຄະແນນສະຫຼຸບຫຼຽນ.

(ຄໍາສອນ; ຮູບ: ໃສຫຼ້າຄໍາ)