ລາວຂາດດຸນການຄ້າເກືອບ 80 ລ້ານໂດລາ

219

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ໃນເດືອນທັນວາ 2019 ບັນລຸໄດ້ 988 ລ້ານໂດລາສະຫະລັດ. ໃນນີ້ ຂາດດຸນການຄ້າປະມານ 79 ລ້ານໂດລາສະຫະລັດ.

ເປັນພຽງພາບປະກອບຂ່າວ

ອີງຕາມການເປີດເຜີຍຂອງສູນຂໍ້ມູນ – ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນທັນວາ ບັນລຸໄດ້ 988 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ 455 ລ້ານໂດລາສະຫະລັດ, ນໍາເຂົ້າ 534 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ 79 ລ້ານໂດລາສະຫະລັດ.

ເປັນພຽງພາບປະກອບຂ່າວ

ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຫຍື້ອໄມ້ ແລະ ເສດເຈ້ຍ, ເຄື່ອງດື່ມ ( ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູກໍາລັງ ), ຄຳປະສົມ ແລະ ຄຳແທ່ງ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ຢາງພາລາ ແລະ ງົວ, ຄວາຍ.

ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກນອກຈາກລົດໄຖນາ ແລະ ລົດຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ເຄື່ອງດື່ມຊູກໍາລັງ ), ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້ ), ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ພລາສຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ແລະ ສັດທີ່ມີຊີວິດ.

ເປັນພຽງພາບປະກອບຂ່າວ

ສຳລັບສິນຄ້າສົ່ງອອກຫຼັກສະເລ່ຍທັງໝົດແມ່ນເປັນເງິນປະມານ 455 ລ້ານໂດລາສະຫະລັດ ເຊັ່ນ: ແຮ່ທອງ ປະມານ 46 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ ປະມານ 35 ລ້ານໂດລາສະຫະລັດ, ໝາກກ້ວຍປະມານ 23 ລ້ານໂດລາສະຫະລັດ, ເຫຍື້ອໄມ້ ແລະ ເສດເຈ້ຍ ປະມານ 36 ລ້ານໂດລາສະຫະລັດ, ເຄື່ອງດື່ມ ( ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູກໍາລັງ ) ປະມານ 20 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ປະມານ 24 ລ້ານໂດລາສະຫະລັດ, ມັນຕົ້ນຫຼາຍກ່ວາ 19 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມປະມານ 19 ລ້ານໂດລາສະຫະລັດ, ຢາງພາລາ ປະມານ 35 ລ້ານໂດລາສະຫະລັດ ແລະ ງົວ, ຄວາຍ ປະມານ 27 ລ້ານໂດລາສະຫະລັດ.

ເປັນພຽງພາບປະກອບຂ່າວ

ສ່ວນສິນຄ້ານໍາເຂົ້າຫຼັກສະເລ່ຍທັງໝົດແມ່ນເປັນເງິນປະມານ 534 ລ້ານໂດລາສະຫະລັດ ເຊັ່ນ: ພາຫະນະທາງ ( ບົກນອກຈາກລົດໄຖນາ ແລະ ລົດຈັກ ) ປະມານ 35 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ຫຼາຍກ່ວາ 19 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ປະມານ 47 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) ປະມານ 50 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ປະມານ 39 ລ້ານໂດລາສະຫະລັດ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ ) ປະມານ 21 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້ ) ປະມານ 13 ລ້ານໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ປະມານ 15 ລ້ານໂດລາສະຫະລັດ, ພລາສຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ປະມານ 17 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ ປະມານ 29 ລ້ານໂດລາສະຫະລັດ.