ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ ຮ່ວມມືກັບ ບໍລິສັດ ອາລິອັນສ໌ ປະກັນໄພລາວ ສະໜອງບໍລິການປະກັນຊີວິດເງິນຝາກໃຫ້ກັບລູກຄ້າ.
ພິທີລົງນາມການຮ່ວມມືມີຂຶ້ນໃນວັນທີ 16 ມັງກອນ 2020 ທີ່ບໍລິສັດ ອາລິອັນສ໌ ປະກັນໄພລາວ ນະຄອນຫຼວງວຽງຈັນ ຮ່ວມລົງນາມເຊັນສັນຍາລະ ຫວ່າງ ທ່ານ ກີ ອາໂປວີ ຜູ້ອຳນວນການໃຫຍ່ ບໍລິສັດ ອາລິ ອັນສ໌ ປະກັນໄພລາວ ກັບ ທ່ານ ສົມພອນ ສີແສງລັດ ຜູ້ອຳນວຍການໃຫຍ່ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ, ມີຄະນະບໍລິຫານ ແລະ ພະນັກງານຈາກສອງພາກສ່ວນເຂົ້າຮ່ວມ.
ທ່ານ ກີ ອາໂປວີ ກ່າວວ່າ: ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ ໄດ້ມີການຮ່ວມມືສະໜອງປະກັນໄພມາແຕ່ປີ 2017. ການຮ່ວມມີຄັ້ງທຳອິດແມ່ນການພັດທະນາຜະລິດຕະພັນປະກັນຊີວິດສຳລັບເງິນກູ້ສະໜອງໃຫ້ແກ່ລູກຄ້າຜູ້ທີ່ມາກູ້ຢື່ມເງິນກັບສະຖາບັນ.
ດັ່ງນັ້ນ, ເພື່ອເປັນການພັດທະນາການບໍລິການຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາໃຫ້ມີຄວາມຫຼາກຫຼາຍ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໃນຫຼາຍກຸ່ມຄົນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ ຈຶ່ງໄດ້ຮ່ວມມືກັບ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ກຸ່ມບໍລິສັດ ອາລິອັນສ໌ ປະເທດເຢຍລະມັນ ຄິດຄົ້ນ ແລະ ພັດທະນາຜະລິດຕະພັນປະກັນຊີວິດເງິນຝາກ ເພື່ອສະໜອງໃຫ້ກັບລູກຄ້າທີ່ມາຝາກເງິນ ( ບັນຊີປະຢັດ ).
ທ່ານ ສົມພອນ ສີແສງລັດ ກ່າວວ່າ: ປະກັນໄພເງິນຝາກແມ່ນປະກັນໄພທີ່ໃຫ້ຄວາມຄຸ້ມຄອງ ແລະ ທົດແທນຄືນໃນກໍລະນີຜູ້ເອົາປະກັນໄພເສຍຊີວິດຈາກການເຈັບປ່ວຍ ຫຼື ເສຍຊີວິດຈາກອຸບັດເຫດ. ສ່ວນສັນຍາປະກັນຊີວິດເງິນຝາກນີ້ແມ່ນຈະຖືກຄັດຕິດເຂົ້າກັບທຸກບັນຊີເງິນຝາກທີ່ມີກັບສະຖາບັນການເງິນທີ່ຮັບເງິນຝາກເອກພັດທະນາ ເຊິ່ງການປະກັນເງິນຝາກນີ້ຖືເປັນອີກໜຶ່ງຜົນປະໂຫຍດທີ່ທາງສະຖາບັນໄດ້ມອບໃຫ້ກັບລູກຄ້າໂດຍບໍ່ມີຄ່າໃຊ້ຈ່າຍຫຍັງ.
ທ່ານ ສົມພອນ ສີແສງລັດ ກ່າວຕື່ມວ່າ: ສຳລັບຜົນປະໂຫຍດຂອງປະກັນຊີວິດເງິນຝາກ ປະກອບມີ: ຄຸ້ມຄອງຊີວິດ ແລະ ທົດແທນຄືນການເສຍຊີວິດຈາກພະຍາດ 100% ແລະ ເສຍຊີວິດຈາກອຸບັດເຫດ 200% ຂອງວົງເງິນຄຸ້ມຄອງ; ວົງເງິນຄຸ້ມຄອງສູງສຸດ 10 ລ້ານກີບ ຫຼື ອີງຕາມຈຳນວນເງິນໃນບັນຊີ; ຄຸ້ມຄອງແຕ່ອາຍຸ 18 ຫາ 64 ປີ ໂດຍບໍ່ໄດ້ກວດສຸຂະພາບ.
[ ຂ່າວ: ສົມລົດ; ຮູບ: ສອນໄຊ ]
ເຊັນສັນຍາປະກັນໄພອາໄລແອນ ແລະ ການເງິນຈຸລະພາກ