ຫຼຸດຜ່ອນບັນຫາກິ່ນປາກດ້ວຍການປະພຶດຕົນ

186

ສຳລັບຜູ້ທີ່ຮູ້ສາເຫດຂອງກິ່ນປາກຄວນຈະປິ່ນປົວຕາມສາເຫດ ສ່ວນຜູ້ທີ່ບໍ່ພົບສາເຫດ ຫຼື ບໍ່ຮູ້ສາເຫດທີ່ແນ່ນອນ ສາມາດຫຼຸດຜ່ອນໄດ້ດ້ວຍວິທີຕ່າງໆດັ່ງນີ້: ເບິ່ງແຍງສຸຂະພາບໃນຊ່ອງປາກໃຫ້ສະອາດຢູ່ສະເໝີ; ອະນາໄມກົກລີ້ນດ້ວຍແປງທີ່ໃຊ້ອະນາໄມລີ້ນໂດຍສະເພາະ; ກິນອາຫານທີ່ມີໃຍອາຫານຫຼາຍ; ດື່ມນ້ຳໃຫ້ພຽງພໍ ແລະ ບ້ວນປາກດ້ວຍນ້ຳຢາບ້ວນປາກ ໂດຍສະເພາະແມ່ນເວລາກ່ອນນອນ ເຊິ່ງນ້ຳຢາຈະຊ່ວຍອະນາໄມສິ່ງທີ່ຕົກຄ້າງຢູ່ໃນປາກໄດ້ດົນ ແລະ ເຮັດໃຫ້ຫຼຸດຜ່ອນກິ່ນປາກໃນເວລາຕື່ນນອນໄດ້ດີທີ່ສຸດ.

ສາມາດປ້ອງກັນບັນຫາກິ່ນປາກໄດ້ງ່າຍໆ ໂດຍການອະນາໄມຊ່ອງປາກໃຫ້ທົ່ວເຖິງ ຢ່າງໜ້ອຍມື້ລະ 2 ຄັ້ງ ດ້ວຍການຖູແຂ້ວ ຫຼື ໃຊ້ໄໝຂັດແຂ້ວ ແລະ ຢາຖູແຂ້ວທີ່ມີສ່ວນປະສົມຂອງຟູອໍໄຣ ເພື່ອກຳຈັດເສດອາຫານ ແລະ ເຊື້ອພະຍາດອອກໃຫ້ໝົດ. ນອກຈາກນັ້ນ, ຄວນຫຼີກລຽງອາຫານທີ່ກໍ່ໃຫ້ເກີດກິ່ນປາກຮ້າຍແຮງ ເປັນຕົ້ນແມ່ນການສູບຢາ ເພື່ອປ້ອງກັນບັນຫາກິ່ນປາກແບບຊ້ຳເຮື້ອ ຖ້າວ່າເປັນອາການຊ້ຳເຮື້ອຄວນປຶກສາທ່ານໝໍ ເພື່ອກວດຫາສາເຫດຢ່າງລະອຽດ ຫຼື ປິ່ນປົວໃຫ້ຖືກວິທີເພື່ອບຸກຄະລິກກະພາບທີ່ດີ ແລະ ຄວາມໝັ້ນໃຈທີ່ໄດ້ກັບມາ.

( ຂໍ້ມູນຈາກ: health.mthai.com )