ເປີດແລ້ວເດີ້ ສວນສະໜຸກເເຫ່ງໃໝ່ໃຈກາງເມືອງວຽງຈັນ “ສວນເເຫ່ງຄວາມຝັນ”

168

ຈະເປີດໃຫ້ທ່ຽວຊົມແລ້ວເດີ້ ສໍາລັບສວນສະໜຸກ ສວນເເຫ່ງຄວາມຝັນ ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫຼາຍຄົນທີ່ັຜ່ານໄປແຖວນັ້ນກໍອາດຈະເຄີຍເຫັນແລ້ວ ຫຼື ຕາມສື່ອອນລາຍທີ່ມີຄົນໄປຖ່າຍຮູບໄວ້ ແຕ່ປັດຈຸບັນທ່ານສາມາດໄປສໍາຜັດເອງໄດ້ແລ້ວ ເພາະເພິ່ນຈະເລີ່ມເປີດໃຫ້ທ່ຽວຊົມນັບແຕ່ວັນທີ 8 ພະຈິກ 2019 ນີ້.

ນີ້ສວນສະໜຸກເເຫ່ງໃໝ່ໃຈກາງເມືອງ ທີ່ມີເຄື່ອງຫຼີ້ນຫຼາກຫຼາຍຢ່າງ ມີ ເຄື່ອງຫຼີ້ນ G_force ທີ່ໃຫ້ທ່ານໄດ້ສຳຜັດອີດສະຫຼະຂອງເເຮງໝູນເທີງຄວາມສູງ 40 m ທີ່ຍອດປາຍໝູນໄດ້ 360 ອົງສາ,

ຈາກນີ້ຍັງມີຊີ້ງຊ້າສະຫວັນທີ່ສູງເຖີງ 42 m ສູງທີ່ສຸດໃນນະຄອນຫຼວງຕອນນີ້

ຍັງບໍ່ພຽງເທົ່ານັ້ນຍັງມີ: ເຮືອເຫາະ, ລົດໄຟເຫາະ, ມ້າໝຸນທີ່ລູລາ, ຍົນເຫາະອີກດ້ວຍ ແບບນີ້ບໍ່ຕ້ອງໄປທ່ຽວໃສໄກ ຫຼື ຕ່າງປະເທດ ເພາະໃນນະຄອນຫຼວງເຮົາກໍມີບ່ອນທ່ຽວ, ບ່ອນຫຼິ້ນ ແລະ ບ່ອນຖ່າຍຮູບງາມໆອີກຫຼາຍໆມຸມຢູ່ທີ່ນີ້.

ທີ່ພິເສດໄປກວ່ານັ້ນກໍຄື ສວນເເຫ່ງຄວາມຝັນ ຮ່ອງຄ້າ ວຽງຈັນນີ້ ສາມາດເຂົ້າຟຣີເລີຍ ບໍ່ໄດ້ເສຍເງີນຄ່າເຂົ້າ ພຽງເເຕ່ທ່ານຫຼີ້ນໂຕໃດຈ່າຍຄ່າບໍລິການໂຕນັ້ນ.

.

.

.

.