ວ້າວ !!! ບູລາກູນ(Blue Lagoon) ແຫ່ງໃໝ່ ທີ່ໄຊຍະບູລີ

153

ມີໃໝ່ຂຶ້ນຕິກໆແຫຼ່ງທ່ອງທ່ຽວຢູ່ປະເທດເຮົາ ບູລາກູນ(Blue Lagoon) ຂອງເມືອງພຽງ, ແຂວງໄຊຍະບູລີ ຖືເປັນສະຖານທີ່ໃໝ່ແຫ່ງໜຶ່ງທີ່ເຊື່ອວ່າຈະສາມາດສ້າງຄວາມປະທັບໃຈແກ່ແຂກຄົນໄດ້ຫຼາຍສົມຄວນ ແລະ ຍັງເພີ່ມທາງເລືອກທີ່ຫຼາກຫຼາຍຂຶ້ນແກ່ບັນດາຜູ້ມັກໄປເສີມບັນຍາກາດໃຫ້ຊີວິດໃນວັນພັກຜ່ອນ.

ບູລາກູນ(Blue Lagoon) ແຫ່ງໃໝ່ນີ້ ຕັ້ງຢູ່ເມືອງພຽງ, ແຂວງໄຊຍະບູລີ, ແຄມທາງຫຼວງແຫ່ງຊາດ ເລກທີ 4 ຢູ່ລະຫວ່າງເມືອງປາກລາຍຫາເມືອງພຽງ.

ຕາມພາບໃຫ້ເຫັນເລີຍວ່າ ມີນໍ້າໃສ້ໄຫຼເຢັນ, ເມື່ອທ່ານໄປທີ່ນັ້ນທ່ານຈະໄດ້ສໍາຜັດກັບທໍາມະຊາດ, ນໍ້າປຸ້ນ ຖໍ້າຜາຫວາຍ ຖືວ່າເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ໜ້າສົນໃຈຫຼາຍ ແລະ ກໍາລັງຈະໄດ້ຮັບການພັດທະນາຂຶ້ນເລື້ອຍໆ ເພື່ອຮອງຮັບບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃນອະນາຄົດອັນໃກ້ນີ້ແນ່ນອນ.