ເມືອງໄຊທານີ ຈະເລັ່ງຫຼຸດຜ່ອນປາກົດການຫຍໍ້ທໍ້ທາງສັງຄົມ

302

ໄຊທານີ ເປັນເມືອງທີ່ມີເນື້ອທີ່ກວ້າງຈຳນວນປະຊາກອນມີຫຼາຍ ແລະ ເປັນເຂດຊຸມຊົນ ເຮັດໃຫ້ມີປາກົດການຫຍໍ້ທໍ້ທາງສັງຄົມເປັນຕົ້ນແມ່ນການມົ້ວສຸມຢາເສບຕິດ, ຂີ້ລັກງັດແງະກໍມີຫຼາຍ ເຊິ່ງທາງອຳນາດການປົກຄອງເມືອງຈຶ່ງເລັ່ງສົມທົບກັບເຈົ້າໜ້າທີ່ຫຼຸດຜ່ອນບັນຫາດັ່ງກ່າວ.

ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໄຊທານີ ໄດ້ໃຫ້ສຳພາດ ວ່າ: ເມືອງໄຊທານີ ມີເນື້ອທີ່ 845,05 ກິໂລແມັດກາເລ, ພົນລະເມືອງ 202.805 ຄົນ, ທ່າແຮງການພັດທະນາເສດຖະກິດກໍມີຫຼາຍ, ຫຼາຍເຂດເປັນເຂດຊຸມຊົນ. ສະນັ້ນ, ການເຄື່ອນໄຫວຂອງຄົນບໍ່ດີອາດຈະດ້ວຍເຈດຕະນາ ຫຼື ບໍ່ໄດ້ເຈດຕະນາ ກໍລ້ວນແລ້ວພາໃຫ້ເກີດປາກົດການຫຍໍ້ທໍ້ຂຶ້ນ, ຕໍ່ກັບບັນຫາດັ່ງກ່າວພວກເຮົາກໍໄດ້ອີງໃສ່ຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນການຈັດຕັ້ງຂະບວນການຮັກຊາດ ແລະ ພັດທະນາ, ຮັກນະຄອນຫຼວງ ຕິດພັນກັບວຽກງານເຮັດແນວໃດໃຫ້ນະຄອນຫຼວງມີຄວາມສະຫງົບ, ໃນການແກ້ໄຂປາກົດການຫຍໍ້ທໍ້ນີ້ຕາມຈິດໃຈຊີ້ນຳຂອງນະຄອນຫຼວງແມ່ນການຈັດຕັ້ງປະຕິບັດ 3 ຫຼຸດ ຄື: 1. ຫຼຸດບັນຫາເສບຕິດ ເພາະຢາເສບຕິດເປັນສາເຫດໃຫ້ກຸ່ມຄົນໃດໜຶ່ງ ຫຼື ຊາວໜຸ່ມມີການເຄື່ອນໄຫວທີ່ບໍ່ດີ; 2. ຫຼຸດຜ່ອນບັນຫາການເກີດອຸບັດເຫດ ເພາະປັດຈຸບັນແມ່ນເກີດຂຶ້ນຫຼາຍ ເຮັດໃຫ້ເກີດຄວາມເສຍຫາຍທາງດ້ານຊັບສິນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; 3. ຫຼຸດການເກີດອັກຄີໄພ ແລະ ຫຼຸດຂໍ້ຂັດແຍ່ງທີ່ດິນ.

ທ່ານກ່າວຕື່ມວ່າ: ໃນການຈັດຕັ້ງປະຕິບັດຜູ້ທີ່ເປັນກຳລັງຫຼັກແມ່ນກຳລັງ ປກສ – ປກຊ ຕິດພັນກັບອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຜູ້ເປັນຫົວໜ້າຄອບຄົວໃນການເອົາໃຈໃສ່ເບິ່ງແຍງລູກ ແລະ ສະມາຊິກພາຍໃນຄອບຄົວຕົນເອງ, ໃນການປະຕິບັດກຳລັງ ປກສ ໄດ້ນຳເອົາວຽກງານລົງກໍ່ສ້າງຮາກຖານ, ຕິດພັນກັບການແກ້ໄຂປາກົດການຫຍໍ້ທໍ້ຢູ່ໃນຂັ້ນຮາກຖານ ໂດຍການສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ເພື່ອພ້ອມກັນປະຕິບັດ 3 ຫຼຸດນີ້ ໃຫ້ຄອບຄົວມີການເພີ່ມທະວີຕິດຕາມເປົ້າໝາຍຕ່າງໆ.

ໃນການແກ້ໄຂອຸບັດເຫດໃນແຕ່ລະອາທິດ ເຈົ້າໜ້າທີ່ກໍໄດ້ລົງກວດກາ, ຕິດຕາມ ກ່ຽວກັບການສັນຈອນໄປ – ມາ ເຊິ່ງກໍສາມາດແກ້ໄຂໄດ້ຈຳນວນໜຶ່ງ, ປັດຈຸບັນທາງກຳລັງ ປກສ ກໍ່ສ້າງຮາກຖານການເມືອງ ຕິດພັນກັບແກ້ໄຂປາກົດການຫຍໍ້ທໍ້ຢູ່ໃນສັງຄົມ, ສ່ວນກຳລັງ ປກຊ ກໍໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດສ້າງບ້ານເຂັ້ມແຂງທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຖືວ່າປັດຈຸບັນກໍປະຕິບັດໄດ້ຈຳນວນໜຶ່ງ ເພາະຕາມກົດເກນແລ້ວສັງຄົມມີການພັດທະນາປາກົດການຫຍໍ້ທໍ້ກໍຈະເກີດຄຽງຄູ່ກັນ ຕ່າງແຕ່ວ່າພວກເຮົາຈະກຳຈັດ ແລະ ແກ້ໄຂໄດ້ຫຼາຍປານໃດນັ້ນ ແມ່ນອຳນາດການປົກຄອງຈະເຮັດໃຫ້ວຽກງານດັ່ງກ່າວນີ້ກາຍເປັນຂອງປະຊາຊົນ ເວົ້າລວມແມ່ນຈັດຕັ້ງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຮອບດ້ານ.

( ຮູບ – ຂ່າວ: ຄຳນ້ອຍ )