ອິນເດຍ – ຣັດເຊຍ ເຈລະຈາການຊຳລະການຄ້າດ້ວຍເງິນຣູປີ ບໍ່ຄືບໜ້າ

50

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອິນເດຍ ແລະ ຣັດເຊຍ ໄດ້ໃຊ້ຄວາມພະຍາຍາມໃນການເຈລະຈາການຄ້າທະວິພາຄີ ດ້ວຍການນຳໃຊ້ເງິນຣູປີຂອງອິນເດຍ ຊຳລະສິນຄ້າທີ່ນຳເຂົ້າຈາກຣັດເຊຍ ແຕ່ກໍຍັງບໍ່ມີ ຄວາມຄືບໜ້າ ແລະ ຖືກໂຈະໄວ້ກ່ອນ ເນື່ອງ ຣັດເຊຍ ບໍ່ສາມາດເກັບເງິນຣູປີໄວ້ໃນຄັງແຮສຳຮອງຫຼາຍຈົນເກີນໄປ.

อาจเป็นรูปภาพของ เงิน และ ข้อความ

ຄວາມເຄື່ອນໄຫວດັ່ງກ່າວ ໄດ້ສ້າງຄວາມຜິດຫວັງໃຫ້ແກ່ຜູ້ນຳເຂົ້າຂອງອິນເດຍ ທີ່ຊື້ນ້ຳມັນ ແລະ ຖ່ານຫີນຈາກຣັດເຊຍ, ຂະນະທີ່ຣັດເຊຍ ກໍກຳລັງລໍຖ້າກົນໄກການຊຳລະເງິນດ້ວຍເງິນຣູປີແບບຖາວອນ ເພື່ອຫຼຸດຕົ້ນທຶນໃນການແລກປ່ຽນ ( ແປງ ) ສະກຸນເງິນ.

อาจเป็นรูปภาพของ 1 คน, ต้นขั้วตั๋ว, เงิน และ ข้อความ

ທັງນີ້, ຣັດເຊຍ ຄາດການວ່າ: ໃນແຕ່ລະປີ ຣັດເຊຍ ຈະມີຍອດເກີນດຸນການຄ້າກັບ ອິນເດຍ ຫຼາຍກວ່າ 40 ຕື້ໂດລາສະຫະລັດ ເຊິ່ງ ຣັດເຊຍ ບໍ່ຕ້ອງການຈະເກັບເງິນຣູປີໄວ້ຫຼາຍຈົນເກີນໄປ ເພາະເປັນການຍາກທີ່ຈະໃຊ້ເງິນຣູປີໃນຣັດເຊຍ, ດັ່ງນັ້ນທັງສອງປະເທດ ຈຶ່ງໄດ້ໂຈະຄວາມພະຍາຍາມໃນການໃຊ້ເງິນຣູປີຊຳລະສິນຄ້າຂອງຣັດເຊຍ.