ທ້າວໂອບີ ລໍ່ ນັກຮຽນເກັ່ງລະດັບຊາດ ວິຊາຄະນິດສາດ ຈາກໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ

95

ການສອບເສັງນັກຮຽນເກັ່ງສົກຮຽນ 2022-2023 ໄດ້ເລີ່ມຕົ້ນມາຕັ້ງແຕ່ ວັນທີ 8 ກຸມພາ 2023 ຫາ ວັນທີ 4 ເມສາ 2023 ກ່ອນທີ່ນ້ອງໆຫຼາຍຄົນຈະຜ່ານເຂົ້າແຕ່ລະຮອບຂອງການສອບເສັງບໍ່ແມ່ນເລື່ອງງ່າຍເລີຍ ຕ້ອງໄດ້ເຝິກຝົນຕົນເອງຢ່າງໜັກ ທັງນັກຮຽນ ແລະ ຄູອາຈານທີ່ສອນບໍາລຸງ ເຖິງວ່າບັ້ນສອບເສັງຈະຫຍຸ້ງຍາກປານໃດກໍຕາມແຕ່ນ້ອງນັກຮຽນທຸກຄົນກໍພະຍາຍາມສູ້ຊົນ, ຕັ້ງໃຈ, ຍາດແຍ່ງແຂ່ງຂັນກັນດ້ວຍຄວາມຮູ້ ແລະ ສະຕິປັນຍາ ຈົນໃນທີ່ສຸດນ້ອງໆຫຼາຍຄົນກໍສາມາດຜ່ານເຂົ້າຮອບສອບເສັງໃນແຕ່ລະຂັ້ນໄປຈົນໄດ້ ຖືເປັນການສ້າງຊື່ສຽງ ແລະ ເປັນຄວາມພາກພູມໃຈຂອງນ້ອງນັກຮຽນ, ຜູ້ປົກຄອງ, ຄູອາຈານແລະ ຂອງໂຮງຮຽນ.

ທ້າວ ໂອບີ ລໍ່ ເປັນນັກຮຽນເກັ່ງຄົນໜຶ່ງ ຂອງໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ຜ່ານມາເຄີຍເປັນນັກຮຽນເກັ່ງອັນດັບ 1 ຂອງແຂວງວຽງຈັນວິຊາຄະນິດສາດ; ເມື່ອຮຽນຮອດຊັ້ນ ມ5 ໄດ້ເຂົ້າໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ມາເຖິງຊັ້ນ ມ7 ເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບເມືອງໃນວັນທີ່ 24 ມີນາ 2023 ເຊິ່ງສາມາດຍາດໄດ້ອັນດັບທີ່ 1 ແລະ ຫຼ້າສຸດໄດ້ເປັນຕົວແທນຂອງນະຄອນຫຼວງເຂົ້າຮ່ວມການເສັງນັກຮຽນເກັ່ງລະດັບຊາດສົກປີ 2022-2023 ໃນວັນທີ 4 ເມສາ 2023 ເຊິ່ງສາມາດຍາດໄດ້ອັນດັບ 1 ວິຊາຄະນິດສາດຊັ້ນ ມ7 ລະດັບຊາດ.

ທ້າວໂອບີ ລໍ່ ໃຫ້ສໍາພາດວ່າ: ນ້ອງເອງຮູ້ສຶກພາກພູມໃຈ ທີ່ສາມາດເຮັດຕາມເປົ້າໝາຍໄດ້ ແລະ ເປັນກຽດຢ່າງສູງທີ່ສາມາດຍາດໄດ້ຫຼຽນຄໍາໃນການເສັງລະດັບຊາດຄັ້ງນີ້ພູມໃຈຕົນເອງ ຂອບໃຈພໍ່ແມ່ອ້າຍເອື້ອຍນ້ອງໝົດທຸກຄົນທີ່ໄດ້ໃຫ້ກໍາລັງໃຈຕະຫຼອດມາແລະຂໍສະແດງຄວາມຂອບໃຈມາຍັງໂຮງຮຽນ,ຄູອາຈານ,ຄະນະນໍາພາ ແລະ ຄອບຄົວທີ່ໄດ້ໃຫ້ໂອກາດນ້ອງມາພິສູດຕົນເອງ
ນ້ອງມີເຕັກນິກໃນການຮຽນຄື: ຕ້ອງແບ່ງເວລາຮຽນໃຫ້ເໝາະສົມ,ຮຽນໃຫ້ຄົບຫຼັກສູດ,ຮຽນນໍາຄູ-ອາຈານ,ສຶກສາຄົ້ນ ຄ້ວາດ້ວຍຕົນເອງ ແລະ ຊອກຮຽນເພີ່ມທີ່ສູນບໍາລຸງຕ່າງໆ,ນອງຍັງຮຽນຮູ້ເພີ່ມຕື່ມຈາກປື້ມຕໍາລາຕ່າງໆເຊັ່ນ:ຕໍາລາໄທ,ຫວຽດ ແລະ ຕໍາລາປື້ມແບບຮຽນຊັ້ນມໍ7, ຖ້າມີບ່ອນໃດບໍ່ເຂົ້າໃຈກໍຈະນໍາໄປຖາມຄູ-ອາຈານ,ລຸ້ນອ້າຍເຂົາທີ່ຮຽນມາກ່ອນ. ນ້ອງມີພອນສະຫວັນທາງດ້ານການຈື່ຈໍາຫຼັກສູດ ຄວາມວ່ອງໄວທາງດ້ານຄະນິດສາດ ແລະ ເຕັກນິກໃນການຮຽນຮູ້ ເມື່ອນ້ອງມີເວລາວ່າງກໍຈະອອກກໍາລັງກາຍ, ຫຼິ້ນກີລາເຊັ່ນ: ເຕະຕໍ້, ບານຕີ,ບານເຕະ ແລະ ມັກໃນການຮ້ອງເພງເພື່ອຜ່ອນຄາຍອາລົມຫຼັງຈາກເລີກຮຽນ.

ກ່ອນຈະເຂົ້າຫ້ອງສອບເສັງນ້ອງໄດ້ມີການສຶກສາມາຢ່າງເຕັມທີ່, ໝັ້ນໃຈໃນຕົນເອງວ່າຕ້ອງເຮັດໄດ້ ແລະ ເຄີຍມີປະສົບການຈາກຕອນ ມ4 ຢູ່ແລ້ວ ແລະ ສິ່ງສໍາຄັນກໍຄືກໍາລັງໃຈຈາກຄອບຄົວ,ຄູ-ອາຈານ ແລະ ໝູ່ເພື່ອນທຸກຄົນ. ເຊິ່ງນ້ອງເອງກໍມີຄະຕິປະຈໍາໃຈຄື :”ຄວາມພະຍາຍາມຢູ່ບ່ອນໃດຄວາມສໍາເລັດຢູ່ບ່ອນນັ້ນ” ແລະ ກໍຢາກບອກເຖິງລຸ້ນນ້ອງທີ່ກໍາລັງສຶກສາຮໍ່າຮຽນທີ່ຢາກເປັນນັກຮຽນເກັ່ງ, ຕ້ອງໄດ້ແບ່ງເວລາຮຽນໃຫ້ເໝາະສົມ,ມີຄວາມຕັ້ງໃຈສູ້ຊົນ, ສິ່ງສໍາຄັນຄື “ທໍ້ໄດ້ ແຕ່ຢ່າຖອຍ ປະຕູແຫ່ງຄວາມສໍາເລັດຈະເປີດໃຫ້ກັບທຸກຄົນທີ່ພ້ອມທຸ່ມເທ ແລະ ພະຍາຍາມ”

ອາຈານ ຄໍາຫອງ ສີບຸນເຮືອງ ຮອງຜູ້ອຳນວຍການໂຮງຮຽນ, ຄູສອນວິຊາຄະນິດສາດ ໃຫ້ຄໍາເຫັນວ່າ: ທ້າວໂອບີ ລໍ່ ເປັນນັກຮຽນຕ່າງແຂວງທີ່ເຂົ້າມາຮຽນໃນນະຄອນຫຼວງວຽງຈັນ ຈໍາເປັນຕ້ອງໄດ້ອາໄສຢູ່ໃນຫໍພັກຂອງໂຮງຮຽນ ໃນແຕ່ລະມື້ລາວກໍປະຕິບັດກິດຈະກໍານໍາໝູ່ບໍ່ເຄີຍຂາດ. ສໍາລັບການສິດສອນ ທ້າວ ໂອບີ ລໍ່ ແມ່ນສອນງ່າຍກວ່າຫຼາຍຮຸ່ນຄົນທີ່ຜ່ານມາ ເພາະວ່າຈະຖາມລາວຕະຫຼອດວ່າຍັງຄ້າງຄາບັນຫາໃດໃຫ້ຖາມ ແລະ ລາວກໍຊອກມາຖາມເລື້ອຍໆ ແລະ ເມື່ອອາຈານອະທິບາຍໃຫ້ລາວເຂົ້າໃຈໄວ ແລະ ໄດ້ແນະນໍາໃຫ້ອ່ານຫຼາຍໆ ຖ້າອັນໃດບໍ່ເຂົ້າໃຈໃຫ້ສົ່ງຂໍຄວາມຫາອາຈານໄດ້ຕະຫຼອດເວລາ. ອາຈານຄາດຫວັງວ່າໃນການສອບເສັງນັກຮຽນເກັ່ງລະດັບຊາດໃນຊຸດນີ້ຄວາມຫວັງຄືອັນດັບທີສາມ (ຫຼຽນທອງ) ແຕ່ນ້ອງສາມາດຍາດໄດ້ລະດັບຊາດກໍຖືວ່າເກີນຄາດ.