3 ປີ ລາວສົ່ງອອກສິນຄ້າຕັດຫຍິບ ມູນຄ່າ 594,6 ລ້ານກວ່າໂດລາ, ພ້ອມເລືອກເອົາ ທ່ານ ໄຊບັນດິດ ຣາຊະພົນ ເປັນປະທານ ສອຕລ ອີກສະໄໝ

150

ສະຫຼຸບການປະຕິບັດວຽກງານຂອງຄະນະບໍລິຫານງານສະມາຄົມອຸດສາຫະກຳຕັດຫຍິບລາວ (ສອຕລ) ຊຸດທີ VIII ເຊິ່ງຕະຫຼອດໄລຍະ 3 ປີ (2019-2022) ສະມາຄົມອຸດສາຫະກຳຕັດຫຍິບລາວ ສາມາດບັນລຸຕົວເລກການສົ່ງອອກຜະລິດຕະພັນຕັດຫຍິບ ມູນຄ່າທັງໝົດ 594,6 ລ້ານໂດລາ ເຊິ່ງມາຮອດປະຈຸບັນສະມາຄົມຕັດຫຍິບລາວມີສະມາຊິກ ທັງໝົດ 53 ໂຮງງານ. ໂອກາດນີ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງສະມາຄົມອຸດສາຫະກຳຕັດຫຍິບລາວ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສະມາຄົມຊຸດໃໝ່ ໂດຍເລືອກເອົາທ່ານ ໄຊບັນດິດ ຣາຊະພົນ ເປັນປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ອີກສະໄໝ.

ວັນທີ 11 ພະຈິກ 2022 ທີ່ໂຮງແຮມແລນມາກ, ສະມາຄົມອຸດສາຫະກຳຕັດຫຍິບລາວ ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງສະມາຄົມອຸດສາຫະກຳຕັດຫຍິບລາວຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ດາວອນ ພະຈັນທະວົງ ຮອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ຊຸດທີ VIII ພ້ອມດ້ວຍຄະນະ, ມີບັນດາສະມາຊິກໃນຂອບເຂດທົ່ວປະເທດ ແລະ ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເຂົ້າຮ່ວມ.

ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ຊຸດທີ VIII ໄດ້ລາຍງານການປະຕິບັດວຽກງານຂອງຄະນະບໍລິຫານງານສະມາຄົມອຸດສາຫະກຳຕັດຫຍິບລາວ ຊຸດທີ VIII (2019-2022) ບາງຕອນວ່າ: ແຕ່ຕົ້ນປີ 2019 ມີໂຮງງານອຸດສາຫະກຳຕັດຫຍິບ 78 ແຫ່ງ ເມື່ອທຽບກັບຕົ້ນປີ 2022 ມີໂຮງງານທັງໝົດ 77 ແຫ່ງ ປິດໄປ 1 ແຫ່ງ, ໂຮງງານຂະໜາດໃຫຍ່ເຮັດການຜະລິດເພື່ອສົ່ງອອກມີ 51 ແຫ່ງ ແລະ 26ແຫ່ງເປັນໂຮງງານຂະໜາດນ້ອຍເຮັດການຜະລິດເພື່ອຕະຫຼາດພາຍໃນ.
ປັດຈຸບັນ, ສະມາຄົມອຸດສາຫະກຳຕັດຫຍິບລາວ ມີສະມາຊິກທັງໝົດ 53 ໂຮງງານ ໃນນັ້ນໂຮງງານຜະລິດສົ່ງອອກ 40 ແຫ່ງ, ໂຮງງານຂະໜາດນ້ອຍ 8 ແຫ່ງ, ໂຮງປັກ 3 ແຫ່ງ, ບໍລິສັດນຳເຂົ້າສົ່ງ-ອອກ 1 ແຫ່ງ ແລະ ບໍລິສັດຂາຍຈັກ 1 ແຫ່ງ. ໃນນັ້ນໂຮງງານຄົນລາວລົງທຶນ 100% ມີ 7 ແຫ່ງ (ຍັງເທົ່າເກົ່າ), ໂຮງງານຮ່ວມທຶນ 6 ແຫ່ງ (ຫຼຸດລົງ1ແຫ່ງ) ສ່ວນໃຫ່ຍແມ່ນລາວຮ່ວມທຶນກັບໄທ 3ແຫ່ງ, ລາວຮ່ວມທຶນ ກັບ ຍີ່ປຸ່ນ 02ແຫ່ງ ແລະ ຮົງກົງ, ຫວຽດນາມ ແລະ ເຢຍລະມັນຮ່ວມທຶນກັນ 01 ແຫ່ງ, ໂຮງງານລົງທຶນຂອງຕ່າງປະເທດ 100% ມີ 38 ແຫ່ງ (ເພີ້ມຂຶ້ນ 2 ແຫ່ງ) ໃນນັ້ນລົງທຶນຫຼາຍກ່ວາໝູ່ແມ່ນປະເທດຍີ່ປຸ່ນມີ 12 ແຫ່ງກວມເອົາ 33%, ໄທມີ 7 ແຫ່ງກວມເອົາ 19% ແລະ ລາວ ມີ 7 ແຫ່ງ ກວມເອົາ 19%.

ນອກນັ້ນຍັງມີໂຮງງານທີ່ເປັນສ່ວນປະກອບໃຫ້ຂະແໜງອຸດສາຫະກຳຕັດຫຍິບອີກ 28 ແຫ່ງດັ່ງລຸ່ມນີ້: ໂຮງງານປັກແສ່ວ 12 ແຫ່ງ, ໂຮງງານພີມຜ້າ 8 ແຫ່ງ, ໂຮງງານຊັກຟອກ 4 ແຫ່ງ, ໂຮງງານກ່ອງເຈັຍ 4 ແຫ່ງ ໃນບັນດາໂຮງງານທີ່ກ່າວມາຂ້າງເທິງນັ້ນສັງລວມໃນຕົ້ນປີ 2022 ມີແຮງງານ 25.000 ຄົນ ແຮງງານເພດຍິງໄດ້ກວມເອົາ 90%, ແຮງງານຕ່າງປະເທດປະມານ 0.5% ສ່ວນໃຫ່ຍແມ່ນເປັນແຮງງານລະດັບຜູ້ບໍລິຫານ ແລະ ວິຊາການທີ່ມາຈາກປະເທດໄທ, ຍີ່ປຸ່ນ, ຈີນ ແລະ ສີລັງກາ.
ທ່ານກ່າວຕື່ມວ່າ: ດ້ານການຜະລິດການສົ່ງອອກໃນໄລຍະ 2019-2021 ໃນປີ 2019 ມູນຄ່າການຜະລິດສົ່ງອອກທັງໝົດປີ ສົ່ງອອກໄດ້ 212.567.000 ໂດລາສະຫະລັດ, ເມື່ອທຽບໃສໄລຍະດຽວກັນຂອງປີ 2018 ຜ່ານມາ ແມ່ນເພີ່ມຂື້ນ 16,5% ປີ 2020 ມູນຄ່າການຜະລິດສົ່ງອອກໝົດປີ ສົ່ງອອກໄດ້ 192.354.000 ໂດລາສະຫະລັດ ເມື່ອທຽບໃສ່ປີ 2019 ດລົງ 10%, ປີ 2021 ມູນຄ່າການຜະລິດສົ່ງອອກໝົດປີ ສົ່ງອອກໄດ້ 189.777.000 ໂດລາສະຫະລັດ ເມື່ອທຽບໃສ່ປີ 2020 ຫຼຸດລົງ 1,4%.

ໃນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານ ສະມາຄົມອຸດສາຫະກຳຕັດຫຍິບຊຸດທີ IX ຈຳນວນ 11 ທ່ານຄື: ໂດຍມີທ່ານ ໄຊບັນດິດ ຣາຊະພົນ ເປັນປະທານ, ມີທ່ານ ພິມມະສອນ ອະມິນທະລາດ, ທ່ານ ເພັດສິນຕິ ບຸດສີວົງສັກ, ທ່ານ ນາງ ມຸກດາ ແກ້ວສຸດທິພົນ, ທ່ານ ຊົມພູ ອຸດົມພອນ, ທ່ານ ສາທິດ ວາລິປູແລມ, ທ່ານ ພົມມະທັດ ແກ້ວມະນີວົງ, ທ່ານ ວົງເດືອນ ສູນທະວົງ, ທ່ານ ນັດທະວັດ ຈັນຕຣານະຄະຣາຊາ, ທ່ານ ນາງ ພັດທະຍາ ຂັນຕິຍາວົງ, ທ່ານ ສຸບິນ ຫຼວງລາດ ເປັນຄະນະ.

ນອກນີ້ໃນກອງປະຊຸມຍັງໄດ້ມີການມອບໃບຍ້ອງຍໍຂັ້ນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກັບສະມາຄົມ ແລະ ຄະນະ ພ້ອມສະມາຊິກຈຳນວນ 74 ທ່ານ, ໃບຍ້ອງຍໍຈາກຂັ້ນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ 28 ທ່ານອີກ ທີ່ໄດ້ປະກອບສ່ວນໃນການສ້າງວຽກເຮັດງານທຳ ແລະ ຊ່ວຍເຫຼືອສັງຄົມ. ພ້ອມແຕ່ງຕັ້ງປະທານກິຕິມະສັກຂອງສະມາຄົມອີກດ້ວຍ.