ໂມດຸນຊິ້ນສ່ວນສຸດທ້າຍຂອງສະຖານີອະວະກາດທຽນກົງ ເຊື່ອມຕໍ່ສຳເລັດ

65

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ພະຈິກ 2022 ວ່າ: ຈະຫຼວດ Longmarch 5 BY 4 ຂອງສຳນັກງານອະວະກາດແຫ່ງຊາດຈີນ ( CNSA ) ໄດ້ຖືກປ່ອຍອອກຈາກສູນອະວະກາດເຫວີນຊາງ ທາງພາກໃຕ້ຂອງຈີນ ເມື່ອວັນຈັນຜ່ານມາ ເພື່ອນຳສົ່ງໂມດຸນ “ ເມິ່ງທຽນ ” ເຊິ່ງເປັນຊິ້ນສ່ວນຫຼັກທີ 3 ຫຼື ຊິ້ນສ່ວນສຸດທ້າຍຂອງສະຖານີອະວະກາດ “ທຽນກົ່ງ”.

No photo description available.

ຫຼັງຈາກນັ້ນ ອີກ 13 ຊົ່ວໂມງຕໍ່ມາ CNSA ໄດ້ຢືນຢັນວ່າ: ໂມດຸນ “ ເມິ່ງທຽນ ” ໄດ້ເຊື່ອມຕໍ່ເຂົ້າກັບໂມດຸນ “ ທຽນເຫີ້” ເຊິ່ງເປັນຊິ້ນສ່ວນຫຼັກຂອງສະຖານີອະວະກາດ ທຽນກົງສຳເລັດ.

ທັງນີ້, ການສົ່ງໂມດຸນ “ ເມິ່ງທຽນ ” ເກີດຂຶ້ນ ຫຼັງສົ່ງໂມດຸນ    “ ເຫວີນທຽນ ” ເຊິ່ງເປັນໂມດຸນຊິ້ນສ່ວນທີ 2 ຂອງສະຖານີອະວະກາດທຽນກົງ ເມື່ອທ້າຍເດືອນກໍລະກົດຜ່ານມາ, ສ່ວນໂມດຸນຊິ້ນສ່ວນທຳອິດຄື “ທຽນເຫີ້” ນັ້ນ ໄດ້ສົ່ງຂຶ້ນເມື່ອເດືອນເມສາ ປີ 2021.

May be an image of outdoors

ທັງນີ້ ເຖິງວ່າສະຖານີອະວະກາດທຽນກົງ ຈະມີຂະໜາດນ້ອຍກວ່າສະຖານີອະວະກາດນາໆຊາດ ( ISS ) ທີ່ມີຣັດເຊຍ ແລະ ສະຫະລັດອາເມຣິກາ ເປັນກຳລັງສຳຄັນ ແຕ່ໂຄງການກໍ່ສ້າງສະຖານີອະວະກາດຂອງຈີນ ໄດ້ກາຍເປັນໜຶ່ງໃນຈຸດເລີ່ມຕົ້ນຄັ້ງສຳຄັນຂອງແຜນຍຸດທະສາດດ້ານອະວະກາດຂອງລັດຖະບານຈີນ ທີ່ມີຄວາມຄືບໜ້າຢ່າງວ່ອງໄວ ດ້ວຍການສະໜັບສະໜູນຂອງລັດຖະບານ ແລະ ກອງທັບປົດປ່ອຍປະຊາຊົນຈີນ, ຫຼັງຈາກກ່ອນໜ້ານີ້ ສະຫະລັດອາເມຣິກາ ໄດ້ປະຕິເສດຈີນ ບໍ່ໃຫ້ເຂົ້າຮ່ວມສະຖານີອະວະກາດນາໆຊາດ.