ເຈົ້າໜ້າທີ່ການຄ້າ ທຳລາຍສິນຄ້າປອມແປງ-ຮຽນແບບ 20 ກວ່າລາຍການ ມູນຄ່າ 28 ລ້ານກວ່າກີບ

133

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດພິທີທຳລາຍສິນຄ້າປອມແປງ-ຮຽນແບບ ທີ່ລະເມີດເຄື່ອງໝາຍການຄ້າ ຍີ່ຫໍ້ ຄູໂບຕ້າ ແລະ ນໍ້າມັນເຄື່ອງຍີ່ຫໍ້ອື່ນໆ, ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາເຈົ້າໜ້າທີ່ກວດກາພາຍໃນ ແລະ ເຈົ້າໜ້າທີ່ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວພະໄທ ສູນນະລາດ ຫົວໜ້າພະແນກກວດກາການຄ້າ, ກົມການາຄ້າພາຍໃນ ກ່າວວ່າ: ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ບໍລິຊົມໃຊ້ ທັງເປັນການປົກປ້ອງສິດຂອງເຈົ້າຂອງຊັບສິນທາງປັນຍາທີ່ໄດ້ຈົດທະບຽນຖືກຕ້ອງ ຢູ່ ສປປ ລາວ. ໃນທ້າຍເດືອນ ພຶດສະພາ ຫາ ກັນຍາ 2022ນີ້ ກົມການຄ້າພາຍໃນ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ, ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ ສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະພະແນກ ອຸດສາຫະກຳ ແລະ ການຄ້າແຂວງກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມກວດກາເປົ້າໝາຍຈຳໜ່າຍສິນຄ້າປອມແປງ, ລອກຮຽນແບບ ເຄື່ອງໝາຍການຄ້າ ແລະ ລະເມີດລິຂະສິດ ຂອງເຄື່ອງໝາຍການຄ້າ ຍີ່ຫໍ້ ຄູໂບຕ້າ (KUBOTA) ຢູ່ 3 ແຂວງຄື: ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ ຜ່ານການກວດກາຕົວຈິງ ພົບເຫັນສິນຄ້າທີ່ປອມແປງ, ຮຽນແບບລະເມີນຊັບສິນທາງປັນຍາຂອງເຄື່ອງໝາຍການຄ້າຂອງຍີ່ຫໍ້ ຄູໂບຕ້າ ຈໍານວນ 138 ລາຍການ, ລວມມູນຄ່າ 203.304.000 ກີບ ສິນຄ້າດັ່ງກ່າວໄດ້ຍຶດເພື່ອທໍາລາຍ.

ໃນນັ້ນ. ມີ 26 ລາຍການ (ຈໍານວນ 342 ອັນ) ມູນຄ່າລວມ 28.436.000 ກີບ ທີ່ໄດ້ຈັດພິທີທໍາລາຍໃນມື້ນີ້ປະກອບມີ: ນ້ຳມັນເຄື່ອງ, ສາຍພານ ແລະ ອຸປະກອນອາໄລ່ ປອມແປງ, ຮຽນແບບ ເຄື່ອງໝາຍຄູໂບຕ້າ ທີ່ຍຶດມາຈາກ ເຂດຕະຫຼາດ ຫຼັກ 52, ໂພນໂຮງ ແລະ ທ່າລາດ ແຂວງວຽງຈັນ.

ສ່ວນທີ່ເຫຼືອ 11 ລາຍການ, ມູນຄ່າ 174.868.000 ກີບ ແມ່ນຍັງຢູ່ຂັ້ນຕອນດໍາເນີນການແກ້ໄຂການລະເມີດ, ໃນນັ້ນ, ຢູ່ແຂວງຈຳປາສັກ 37 ລາຍການ, ມູນຄ່າ 79.029.000 ກີບ, ແຂວງ ສະຫວັນນະເຂດ 75 ລາຍການ, ມູນຄ່າ 95.839.000 ກີບ, ໃນຕໍ່ໜ້າອົງການປະຕິບັດວຽກງານກວດກາການຄ້າ, ກົມການຄ້າພາຍໃນ ຈະໄດ້ລົງຊຸກຍູ້ການຈັດຕັ້ງວຽກງານກວດກາການຄ້າ ຢູ່ຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິຕາມແຜນປະຈຳເດືອນ, ງວດ, ປີ ແລະ ຈະສືບຕໍ່ຊອກແຫຼ່ງຂ່າວ, ແຫຼ່ງທີ່ມາ, ແຫຼ່ງຈຳໜ່າຍສິນຄ້າປະເພດດັ່ງກ່າວ ແລະ ປະເພດອື່ນ ທີ່ມີການປອມແປງ, ຮຽນແບບ ລະເມີດຊັບສິນທາງປັນຍາ ຢ່າງເປັນປະຈໍາ ນີ້ກໍເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ໃຫ້ໄດ້ຮັບຄວາມຍຸດຕິທໍາ ແລະ ຫັນຫົວໜ່ວຍທຸລະກິດເຂົ້າສູ່ລະບຽບກົດໝາຍ ພ້ອມທັງເປັນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ.

ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ: ວຽກງານກວດກາການຄ້າ, ກວດກາສິນຄ້າທີ່ບໍ່ຮັບປະກັນດ້ານຄຸນນະພາບ, ບໍ່ໄດ້ມາດຕະຖານ, ສິນຄ້າປອມແປງລອກຮຽນແບບ ແລະ ສິນຄ້າຕ້ອງຫ້າມອື່ນໆ… ກໍ່ເປັນວຽກງານໜຶ່ງທີ່ມີຄວາມສຳຄັນເຊິ່ງ ໄດ້ມີນິຕິກຳຮອງຮັບໃນການຈັດຕັ້ງປະຕິບັດ ເພື່ອການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ດຳເນີນທຸລະກິດທີ່ຖືກຕ້ອງ ເຊັ່ນ: ຂໍ້ຕົກລົງສະບັບເລກທີ 1499/ອຄ, ລົງວັນທີ 08 ກັນຍາ 2017 ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ໄດ້ລະບຸໄວ້ໃນ ມາດຕາ 21 ຂໍ້ ກ, ຂໍ້ 11 ການຜະລິດ, ນຳເຂົ້າ, ຈຳໜ່າຍສິນຄ້າທີ່ບໍ່ມີຄຸນນະພາບ, ບໍ່ໄດ້ມາດຕະຖານ,

ສິນຄ້າປອມແປງສິນຄ້າ ລອກຮຽນແບບ, ສິນຄ້າຕ້ອງຫ້າມ ໂດຍເຈດຕະນາ ແລະ ລະເມີດໂດຍບໍ່ເຈດຕະນາເປັນຄັ້ງທີສອງ ເຊິ່ງບໍ່ເປັນການກະທຳຜິດທາງອາຍາຈະຖືກປັບໃໝ ສອງເທົ່າຕົວ ຂອງມູນຄ່າຄວາມເສຍຫາຍ ຫຼື ມູນຄ່າຂອງສິນຄ້າເຄື່ອງຂອງທີ່ລະເມີດ ພ້ອມນັ້ນຍັງຮັບຜິດຊອບຄ່າສິ້ນເປືອງຕ່າງໆ ໃນການທໍາລາຍສິນຄ້າ ເຄື່ອງຂອງທີ່ລະເມີດ (ມາດຕາ 119 ກົດໝາຍວ່າດ້ວຍມາດຕະຖານສະບັບເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014) ແລະ ຂໍ້ 12 ບຸກຄົນ, ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບຊັບສິນທາງປັນຍາ ໂດຍເຈດຕະນາຫຼືດ້ວຍຄວາມບໍ່ລະມັດລະວັງເປັນຄັ້ງທີສອງຊຶ່ງບໍ່ເປັນການກະທຳຜິດທາງອາຍາຈະຖືກປັບໃໝ 1% ຂອງມູນຄ່າຄວາມເສັຍຫາຍ ຫຼື ມູນຄ່າສິນຄ້າເຄື່ອນຂອງທີ່ລະເມີດແຕ່ລະຄັ້ງ; ຄັ້ງທີສອງ ໂດຍເຈດຕະນາຫຼື ເປັນອາຈີນຈະຖືກປັບໃໝ 5% ຂອງມູນຄ່າຄວາມເສັຍຫາຍ ຫຼືມູນຄ່າສິນຄ້າເຄື່ອນຂອງທີ່ລະເມີດ ແຕ່ລະຄັ້ງ (ມາດຕາ 160 ກົດໝາຍວ່າດ້ວຍຊັບສິນທາງປັນຍາສະບັບເລກທີ 01/ສພຊ, ລົງວັນທີ 20 ທັນວາ 2011).

ພ້ອມຮຽກຮ້ອງມາຍັງ ທົ່ວສັງຄົມ ທັງພາກລັດ ແລະ ເອກະຊົນ ລວມທັງປວງຊົນລາວທັງຊາດ ຈົ່ງຊ່ວຍກັນປົກປ້ອງສິດຜົນປະໂຫຍດຂອງຕົນເອງ ໂດຍບໍ່ປົກປ້ອງຜູ້ກະທຳຜິດ ແລະ ຫຼີກລ້ຽງການຊົມໃຊ້ສິນຄ້າທີ່ມີແຫຼ່ງທີ່ມາບໍ່ຈະແຈ້ງ ເພາະມັນອາດເຮັດໃຫ້ເກີດຄວາມເສຍຫຼາຍດ້ານຕໍ່ຊັບສິນ, ມີຜົນກະທົບຕໍ່ສຸຂະພາບ ແລະ ຮ້າຍແຮງໄປກົ່ວນັ້ນອາດເຖິງຂັ້ນຕ້ອງເຮັດໃຫ້ສູນເສຍຊີວິດ