ພະນັກງານອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນພາຍໃນ ສປປ ລາວ ປະກອບສ່ວນບໍລິຈາກເລືອດ

49

ໃນລະຫວ່າງ ວັນທີ 29 ກັນຍາ ຫາ 01 ຕຸລາ 2022, ຢູ່ທີ່ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດກິດຈະກຳຮັບບໍລິຈາກເລືອດ ໂດຍການເຂົ້າຮ່ວມຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ສະຖານຖູດ ແລະ ພະນັກງານເຂົ້າຮ່ວມ

ການບໍລິຈາກເລືອດໃນຄັ້ງນີ້ ກໍເພື່ອແນ່ໃສຊ່ວຍເຫຼືອປະຊາຊົນທີ່ກຳລັງປິ່ນປົວໃນການນຳໃຊ້ເລືອດ, ທັງເປັນການກະກຽມ ແລະ ສະໜອງເລືອດໃຫ້ມພຽງພໍຕາມຄວາມຕ້ອງການ ເຊິ່ງໃນໄລຍະນີ້ກໍເປັນໃໄລຍະລະດູຝົນ ແມ່ນການແຜ່ລະບາດຂອງພະຍາດໄຂ້ເລືອດອອກ. ນອກຈາກນັ້ນ, ຍັງມີຄົນເຈັບທີ່ຕ້ອງການ ຝອກໝາກໄຂ່ຫຼັງ, ອຸບັດຕິເຫດ, ຜ່າຕັດ ແລະ ອື່ນໆ ທີ່ນຳໃຊ້ເລືອດເຂົ້າໃນການປິ່ນປົວ

ການບໍລິຈາກເລືອດໃນຄັ້ງນີ້ ມີຜູ້ບໍລິຈາກເລືອດທັງໝົດ 63 ຄົນ, ໄດ້ເລືອດຕົວຈິງ 63ຖົງ.