ສຳນັກຂ່າວຊິນຫົວ ລາຍງານວ່າ ເຈົ້າໜ້າທີ່ລະດັບສູງຂອງສະໜາມບິນສາກົນປັກກິ່ງ ຕ້າຊິງ ໃນນະຄອນຫຼວງປັກກິ່ງ ສປ ຈີນ ເປີດເຜີຍວ່າໃນໄລຍະ 3 ປີຜ່ານມາ, ປະລິມານຜູ້ໂດຍສານທີ່ເດີນທາງຜ່ານສະໜາມບິນແຫ່ງນີ້ ຫຼາຍກວ່າ 52 ລ້ານເທື່ອຄົນ ( ໄລ່ເຖິງວັນທີ 25 ກັນຍາ ) ນີ້ຖືເປັນວັນຄົບຮອບ 3 ປີ ແຫ່ງການເປີດດຳເນີນງານຂອງສະໜາມບິນແຫ່ງນີ້. ນອກຈາກນີ້, ຍັງສາມາດຮອງຮັບການຂົນສົ່ງສິນຄ້າ ຈຳນວນ 370.000 ໂຕນ ລວມເຖິງການຮອງຮັບການບິນຂຶ້ນ ແລະ ລົງຈອດຂອງຖ້ຽວບິນ ປະມານ 450.000 ຖ້ຽວ.
ປັດຈຸບັນສະໜາມແຫ່ງນີ້ ມີສາຍການບິນພາຍໃນປະເທດໃຫ້ບໍລິການ 26 ສາຍ ແລະ ເປີດເສັ້ນທາງການບິນທັງໝົດ 266 ເສັ້ນທາງ ເພື່ອເຊື່ອມຕໍ່ຈຸດໝາຍປາຍທາງ ຈຳນວນ 185 ແຫ່ງ.