ວ້າວໄດ້ເຫັນບັນຍາກາດແບບນີ້ອີກຄັ້ງແລ້ວ! ຫຼວງພະບາງແຈ້ງ ເຫັນດີ ໃຫ້ຈັດງານບຸນປະເພນີ ອອກພັນສາປະວໍລະນາ

162

ກຽມຄວາມພ້ອມກັນໄວ້ເລີຍ ຫຼັງຈາກທີ່ບໍ່ໄດ້ເຫັນບັນຍາກາດແບບນີ້ມາ 2 ປີ ຈາກການລະບາດຂອງພະຍາດໂຄວິດ 19 ກໍຄືບຸນ ອອກພັນສາປະວໍລະນາ ໄຫຼເຮືອໄຟທີ່ຫຼວງພະບາງ

ໂດຍຫຼ້າສຸດ ຫ້ອງວ່າການແຂວງຫຼວງພະບາງ ອອກໜັງສືແຈ້ງການ ເຫັນດີ ໃຫ້ຈັດງານບຸນປະເພນີ ອອກພັນສາປະວໍລະນາ ແລະ ກິດຈະກຳປະກອບໃນງານບຸນດັ່ງກ່າວ ຕາມຮີດຄອງປະເພນີອັນດີງາມ ຂອງຊາວຫຼວງພະບາງ ປະຈຳປີ ພສ 2565 ຄສ 2022 ຕາມແຈ້ງການສະບັບເລກທີ່ 865/ຫວຂ.ຫຼບ ລົງວັນທີ 8 ກັນຍາ 2022 ຕາມນີ້:


1 ເຫັນດີ ໃຫ້ມີການຈັດງານບຸນປະເພນີ ອອກພັນສາປະວໍລະນາ ແລະ ກິດຈະກໍາປະກອບໃນງານບຸນດັ່ງກ່າວ ຕາມຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ;
2 ໃຫ້ນະຄອນ ຫຼວງພະບາງ, ບັນດາເມືອງ ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ຕໍ່ກັບການຈັດງານບຸນປະເພນີ ດັ່ງກ່າວ ເປັນຕົ້ນແມ່ນ: ການຈັດງານບຸນໄຫຼເຮືອໄຟ, ລອຍປະທີບ (ກະໂທງ) ຢູ່ນະຄອນ-ຫຼວງພະບາງ, ງານ ບຸນຊ່ວງເຮືອຢູ່ ເມືອງຈອມເພັດ,

ເມືອງຊຽງເງິນ, ເມືອງນານ ແລະ ເມືອງອື່ນໆ (ຖ້າມີ) ຕ້ອງໃຫ້ມີບັນຍາກາດ ເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ເປັນມູນເຊື້ອ, ເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ ໂດຍສະເພາະ ໃຫ້ເອົາໃຈໃສ່ຢ່າງມີຄວາມຮັບຜິດຊອບສູງ ຕໍ່ການຈັດງານບຸນໄຫຼເຮືອໄຟ, ລອຍປະທີບ (ກະໂທງ) ທີ່ນະຄອນ-ຫຼວງພະບາງ ເຊິ່ງແມ່ນຫນຶ່ງໃນກິດຈະກໍາທີ່ໂດດເດັ່ນ, ມີຊື່ສຽງ, ທັງໄດ້ຮັບຄວາມນິຍົມຊົມ ຊອບຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມ;

ປຸກລະດົມການມີສ່ວນຮ່ວມຈາກ ບ້ານ, ສະຖາບັນການສຶກສາ, ຫົວຫນ່ວຍທຸລະກິດ, ພະແນກການ-ອົງ ການຈັດຕັ້ງ, ຊາວຫນຸ່ມ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມງານດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນ, ມີ ບັນຍາກາດ ແລະ ມີຜົນສໍາເລັດເປັນຢ່າງດີ;

3 ການສະເຫຼີມສະຫຼອງງານບຸນປະເພນີ ອອກພັນສາປະວໍລະນາ ຢູ່ນະຄອນ-ຫຼວງພະບາງ, ບັນດາເມືອງ ຕ້ອງ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ ແລະ ຄວາມປອດໄພ ຢ່າງເຂັ້ມງວດ;
4 ໃຫ້ນະຄອນ-ຫຼວງພະບາງ, ບັນດາເມືອງ ເອົາໃຈໃສ່ໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດຮັບຮູ້ ເພື່ອດຶງດູດການທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າຊາວຫຼວງພະບາງ;

5 ໃຫ້ເອົາໃຈໃສ່ຕໍ່ວຽກງານການປ້ອງກັນ, ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ -19 ຢ່າງເຂັ້ມງວດ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການນີ້ດ້ວຍ.