ຂໍ້ມູນໂດຍຫຍໍ້ຜູ້ຕິດເຊື້ອພາຍໃນໃໝ່ 1.053, ນະຄອນຫຼວງ 517 ຄົນ, ຫຼວງນໍ້າທາ 134 ຄົນ

343

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ລາຍງານຜົນມື້ວານ 2 ພະຈິກ 2021 ທັງໝົດ 1.053 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້

1 ນະຄອນຫຼວງ 517 ຄົນ ມາຈາກ 247 ບ້ານ, ໃນ 9 ເມືອງ ເມືອງຈັນທະບູລີ ມີ 65 ຄົນ 32 ບ້ານ, ເມືອງສີໂຄດ ມີ 81 ຄົນ ມີ 47 ບ້ານ, ໄຊເສດຖາ ມີ 107 ຄົນ ແລະ 44 ບ້ານ, ສີສັດຕະນາກ ມີ 75 ຄົນ ມີ 30 ບ້ານ, ເມືອງນາຊາຍທອງ ມີ 35 ຄົນ ມີ 16 ບ້ານ, ເມືອງໄຊາທານີ ມີ 82 ຄົນ ມີ 41 ບ້ານ, ເມືອງຫາດຊາຍຟອງ ມີ 47 ຄົນ ແລະ 31 ບ້ານ, ເມືອງປາກງື່ມ ມີ 03 ຄົນ 03 ບ້ານ, ເມືອງສັງທອງ ມີ 05 ຄົນ ມີ 03 ບ້ານ ສືບຕໍ່ເກັບກໍາຂໍ້ມູນ 17 ຄົນ

2 ຫຼວງພະບາງ 122 ຄົນ ມາຈາກ 19 ບ້ານ, ໃນ 4 ເມືອງ
3 ແກ້ວ 53 ຄົນ ມາຈາກ 12 ບ້ານ, ໃນ 3 ເມືອງ
4 ອຸດົມໄຊ 24 ຄົນ ມາຈາກ 10 ບ້ານ, ໃນ 1 ເມືອງ

5 ຫຼວງນໍ້າທາ 134 ຄົນ ມາຈາກ 35 ບ້ານ, ໃນ 4 ເມືອງ
6 ວຽງຈັນ 100 ຄົນ ມາຈາກ 23 ບ້ານ, ໃນ 6 ເມືອງ
7 ຊຽງຂວາງ 1 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ

8 ໄຊສົມບູນ 13 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ
9 ຄໍາມ່ວນ 20 ຄົນ ມາຈາກ 9 ບ້ານ, ໃນ 2 ເມືອງ
10 ສາລະວັນ 5 ຄົນ ມາຈາກ 3 ບ້ານ, ໃນ 2 ເມືອງ

11ສະຫວັນນະເຂດ 20 ຄົນ ມາຈາກ 9 ບ້ານ, ໃນ 4 ເມືອງ
12 ຈໍາປາສັກ 26 ຄົນ ມາຈາກ 11 ບ້ານ, ໃນ 5 ເມືອງ
13 ເຊກອງ 18 ຄົນ ມາຈາກ 8 ບ້ານ, ໃນ 1 ເມືອງ

ມາຮອດວັນທີ 02 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 42.891 ຄົນ, ເສຍຊີວິດສະສົມ 73 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 348 ຄົນ, ກໍາລັງປິ່ນປົວ 7.864 ຄົນ.