ລັດຖະບານ ຄົ້ນຄວ້າພິຈາລະນາ 6 ເອກະສານສຳຄັນ

71

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2024 ໄດ້ສຸມໃສ່ຄົ້ນຄວ້າ 6 ເອກະສານສໍາຄັນຂອງຊາດ ໂດຍສະເພາະໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງແຜນຍຸດທະສາດການພັດທະນາເຂດເສດຖະກິດພິເສດ ແຕ່ປີ 2021 – 2030.

ທ່ານ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 26 ເມສາ 2024 ເຖິງຜົນຂອງກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2024 ວ່າ: ກອງປະຊຸມໄຂຂຶ້ນໃນຕອນເຊົ້າວັນທີ 25 ແລະ ອັດລົງໃນຕອນເຊົ້າວັນທີ 26 ເມສາ 2024 ທີ່ສໍານັກງານນາຍົກລັດຖະມົນຕີພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ – ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງ ວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນປະຈຳເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2024.

ທ່ານ ສົມກຽດ ພະສີ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 6 ວາລະດັ່ງນີ້:
ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາການສະຫຼຸບວຽກງານພົ້ນເດັ່ນຂອງລັດຖະບານປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2024 ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ. ພ້ອມກັນນີ້, ໃຫ້ບັນດາຂະແໜງການກ່ຽວຂ້ອງສືບຕໍ່ເອົາໃຈໃສ່ວຽກງານຈຸດສຸມໃນເດືອນພຶດສະພາ.


ວາລະທີ 2: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງເບື້ອງຕົ້ນ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ( 2021 – 2025 ) ແລະ ຮ່າງແຜນພັດທະນາເສດຖະ ກິດ – ສັງຄົມ 5 ປີ ຄັ້ງທີ X ( 2026 – 2030 ); ການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນເງິນຕາ, ງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2024 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ. ກອງປະຊຸມ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງປ້ອງກັນ ຄວາມສະຫງົບ ສົມທົບກັບພາກສ່ວນກ່ຽວຂ້ອງຮີບຮ້ອນປັບປຸງບັນດາເນື້ອໃນເອກະສານດັ່ງກ່າວຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ສຳເລັດ ແລະ ທັນລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.

ວາລະທີ 3: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນຍຸດທະສາດການພັດທະນາເຂດເສດຖະກິດພິເສດ ແຕ່ປີ 2021 – 2030 ໂດຍມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດໄລຍະເວລາຂອງຍຸດທະສາດໃຫ້ສອດຄ່ອງກົມກຽວກັບໄລຍະເວລາຂອງແຜນພັດທະນາເສດຖະກິດ – ສັງຄົມ; ປັບປຸງບາງຄໍາສັບທີ່ຍັງບໍ່ທັນສອດຄ່ອງ; ການກຳນົດໜ້າວຽກ ແລະ ການມີສ່ວນຮ່ວມຂອງຂະແໜງການຕ່າງໆໃຫ້ຄົບຖ້ວນຕື່ມ; ການນິຍາມຄຳສັບໃຫ້ຈະແຈ້ງຊັດເຈນ; ພ້ອມທັງໃຫ້ພິຈາລະນານຳໄປຈັດກອງປະຊຸມສຳມະນາລະດົມຄວາມຄິດເຫັນຕື່ມ ເພື່ອເຮັດໃຫ້ແຜນຍຸດທະສາດດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ.

ວາລະທີ 4: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດທະສາດ ກ່ຽວກັບຜູ້ອາຍຸສູງ ໄລຍະ 10 ປີ ໂດຍມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກໍານົດໄລຍະເວລາ 10 ປີ ຮອດປີ 2035, ການຈັດລຽງເນື້ອໃນໂຄງຮ່າງຍຸດທະສາດ; ການນໍາໃຊ້ຄໍາສັບເຕັກນິກໃຫ້ສອດຄ່ອງກັບຕົວຈິງຕື່ມ; ການກຳນົດບັນດາກິດຈະກຳ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ອາຍຸສູງ ທີ່ມີຜົນງານ ລວມທັງການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຜູ້ອາຍຸສູງ ສາມາດເຂົ້າເຖິງການບໍລິການສາທາລະນະໃຫ້ຈະແຈ້ງຕື່ມ; ການກຳນົດບາງນະໂຍບາຍຕໍ່ຜູ້ອາຍຸສູງ ກໍໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳທີ່ໄດ້ປະກາດນຳໃຊ້ແລ້ວ.

ວາລະທີ 5: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ( ສະບັບປັບປຸງ ) ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຈະແຈ້ງ, ເຂົ້າໃຈງ່າຍ, ຮັດກຸມ, ຄົບຖ້ວນສົມບູນ ເປັນຕົ້ນ ສັງລວມບາງປະໂຫຍກ ໃຫ້ສັ້ນກະທັດຮັດ ແລະ ອະທິບາຍບາງຄຳສັບໃຫ້ຈະແຈ້ງຕື່ມ; ຈັດລຽງເນື້ອໃນເປັນໝວດໝູ່ ແລະ ກົມກຽວກັນ; ເພີ່ມເນື້ອໃນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະກອບເອກະສານທີ່ກ່ຽວຂ້ອງໃຫ້ຄົບຖ້ວນ.

ວາລະທີ 6: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ ( ສະບັບປັບປຸງ ) ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດລາຍການໃຫ້ລະອຽດ ອັນໃດອະນຸຍາດ, ອັນໃດບໍ່ອະນຸຍາດ; ການກໍານົດໜ່ວຍງານຄຸ້ມຄອງໄຊເຕັດ ໃຫ້ສອດຄ່ອງກັບພາລະບົດບາດຂອງຂັ້ນຄຸ້ມຄອງຄັກແນ່; ຮຽບຮຽງຄືນເນື້ອໃນໃຫ້ສອດຄ່ອງກັບສົນທິສັນຍາໄຊເຕັດ ກໍຄືສົນທິສັນຍາສາກົນອື່ນໆທີ່ກ່ຽວຂ້ອງ.