ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອບູລະນະເສັ້ນທາງທີ່ເປ່ເພ

74

ພິທີລົງນາມເອກະສານແລກປ່ຽນຮັບເອົາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ສໍາລັບໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ລົດກົນຈັກຕ່າງໆສໍາລັບບູລະນະ ແລະ ສ້ອມແປງຖະໜົນຫົນທາງ ແລະ ຂົວທີ່ເປ່ເພຢູ່ ສປປ ລາວ ມູນຄ່າ 1.500 ລ້ານເຢນ ໃນວັນທີ 26 ເມສາ 2024 ທີ່ກະຊວງການຕ່າງປະເທດ.

ຕາງໜ້າລັດຖະບານ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ ( Mr. KOBAYASHI Kenichi ) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການຊ່ວຍເຫຼືອຄັ້ງນີ້ ເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການປັບປຸງ, ຟື້ນຟູ ແລະ ຍົກລະດັບຄຸນນະພາບເສັ້ນທາງພາຍໃນ ສປປ ລາວ ທີ່ເປ່ເພ ເນື່ອງຈາກໄພພິບັດທໍາມະຊາດ ໂດຍສະເພາະແມ່ນເສັ້ນທາງເລກທີ 13 ເໜືອ, 11 ເໜືອ, R2 ແລະ ອື່ນໆ ທີ່ມີຄວາມສໍາຄັນເປັນຢ່າງຍິ່ງຕໍ່ການເຊື່ອມໂຍງ – ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ແລະ ສາກົນ.


ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ເນັ້ນວ່າການພັດທະນາພື້ນຖານໂຄງລ່າງ ແມ່ນໜຶ່ງໃນປັດໄຈພື້ນຖານສໍາຄັນ ສໍາລັບການພັດທະນາເສດຖະກິດ – ສັງຄົມ ຂອງບັນດາປະເທດໃນທົ່ວໂລກ ລວມທັງ ສປປ ລາວ ເຊິ່ງລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນສູງຕໍ່ການປັບປຸງ ແລະ ຍົກລະດັບພື້ນຖານໂຄງລ່າງ ເພື່ອຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ. ພ້ອມນີ້, ໂຄງການດັ່ງກ່າວຍັງປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບເສັ້ນທາງຫຼວງແຫ່ງຊາດ ໃຫ້ສາມາດຮອງຮັບການໄປ – ມາຫາສູ່, ການບໍລິການຂົນສົ່ງສິນຄ້າ ແລະ ການບໍລິການທ່ອງທ່ຽວກັບປະເທດເພື່ອນບ້ານໃກ້ຄຽງ ກໍຄືໃນພາກພື້ນ ແລະ ຈະປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາດ້ານເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ໂດຍສະເພາະແມ່ນປະຊາຊົນ ໃຫ້ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈມາຍັງລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານຕ່າງໆໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ແລະ ຫວັງເປັນຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມືຊ່ວຍເຫຼືອເພີ່ມຕື່ມໃນຕໍ່ໜ້າ.
ໃນຂະນະດຽວກັນ, ທ່ານເອກອັກຄະຣາຊະທູດ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມໝາຍໝັ້ນວ່າຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.
[ ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ ]