ການແຂ່ງຂັນບານເຕະ ຢູຟາ ເນຊັນສ໌ລີກ ຮອບຊີງຊະນະເລີດ ເມື່ອວັນທີ 10 ຕຸລາ 2021 ປາກົດວ່າ: ທີມຊາດແອັດສະປາຍ ໄດ້ປະຕູຂຶ້ນນໍາກ່ອນ 1-0 ຈາກການຍິງຂອງ ມິເກລ ໂອຢາຊາບັລ ນາທີໆ 64, ແຕ່ ຝຣັ່ງ ກໍສາມາດພິກເອົາຊະນະໄປ 2-1 ຈາກການຍິງຂອງ ຄາຣິມ ເບນເຊມາ ນາທີໆ 66 ແລະ ຄີລີຢັນ ເອັມບັບເປ ນາທີໆ 80 ເຮັດໃຫ້ ຝຣັ່ງ ກາຍເປັນທີມທີ 2 ຄວ້າແຊັມລາຍການນີ້ຕໍ່ຈາກ ປ໊ອກຕຸຍການ.
ສໍາລັບ ແຊັມລາຍການນີ້ ເຮັດໃຫ້ ເບນເຊມາ ຄວ້າແຊັມລາຍການທີ 26 ໃນອາຊີບການເປັນນັກເຕະດັ່ງນີ້:
-ກັບທີມຊາດຝຣັ່ງ 1 ແຊັມ: ລາຍການ ຢູຟາ ເນຊັນສ໌ລີກ 2020-2021
-ກັບສະໂມສອນ ໂອແລມປິກ ລີຢົງ 7 ແຊັມ: ລີກເອິງ ຝຣັ່ງ 2004-2005, 2005-2006, 2006-2007 ແລະ 2007-2008; ລາຍການ ເຟຣນຊ໌ ຄັບ 2007-2008; ລາຍການ ໂທຣເຟ ເດສ໌ ຊອງປິຢົງສ໌ ( ເຟຣນຊ໌ ຊູເປີຄັບ ) 2006 ແລະ 2007.
-ກັບສະໂມສອນ ຣີລ ມາດຣິດ 18 ແຊັມ: ລາລີກາ ແອັດສະປາຍ 2011-2012, 2016-2017 ແລະ 2019-2020; ໂກປາ ເດລເຣ 2010-2011 ແລະ 2013-2014; ສະແປນິສ ຊູເປີຄັບ 2012 ແລະ 2017; ຢູຟາ ແຊັມປ້ຽນລີກ 2013-2014, 2015-2016, 2016-2017 ແລະ 2017-2018; ຢູຟາ ຊູເປີຄັບ 2014, 2016 ແລະ 2017; ຟີຟາ ຄລັບ ເວິລຄັບ ( ແຊັມສະໂມສອນໂລກ ) 2014, 2016, 2017 ແລະ 2018.
ຮູບຈາກ: AP