ຮອງເຈົ້າແຂວງຈໍາປາສັກພ້ອມຄະນະແລະຄະນະນໍາຂັ້ນເມືອງບາຈຽງຈະເລີນສຸກລົງຕິດຕາມສະພາບການນໍ້າຂຶ້ນໃນໄລຍະຝົນຕົກລີນຄັ້ງວັນທີ24ກັນຍາ2021ນໍາໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ,ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ ພ້ອມຮອງເລຂາພັກເມືອງ.
ການລົງຕິດຕາມຄັ້ງນີ້ ກໍເພື່ອສະແດງຄວາມເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນຊາວເມືອງບາຈຽງຈະເລີນສຸກ ກ່ຽວກັບສະພາບການຝົນຕົກລີນຕະຫຼອດຄືນເຮັດໃຫ້ລະດັບນໍ້າຫ້ວຍປາຫຼາຍເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼັງໄຫຼເຂົ້າເຮືອນພໍ່ແມ່ປະຊາຊົນທີ່ຢູ່ແຄມຫ້ວຍ,ແລະບ່ອນລະດັບຕໍ່າ.ພ້ອມນັ້ນການນຳຂັ້ນເທິງຍັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນມີສະຕິຂົນຍ້າຍເຄື່ອງຂອງທີ່ສຳຄັນໄປໄວ້ບ່ອນທີ່ປອດໄພ.
ທີ່ມາ: ສື່ມວນຊົນແຂວງຈຳປາສັກ