ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ກັນຍາ 2021 ວ່າ ສົມເດັດ ຊິກ ທາມິນ ບິນ ຮາມັດ ອັລ ທານີ ເຈົ້າຜູ້ຄອງລັດກາຕາ ໄດ້ຊົງມີພະຣາຊະດຳລັດໃນເວທີອະພິປາຍທົ່ວໄປຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 76 ວ່າ ປະຊາຄົມໂລກຄວນເດີນໜ້າເຈລະຈາກັບກຸ່ມຕາລີບັນ ເນື່ອງຈາກການໂດດດ່ຽວ ຫຼື ຂວ້ຳບາດຈະມີແຕ່ຈະເຮັດໃຫ້ເກີດການແບ່ງແຍກ ແລະ ເກີດການໂຕ້ກັບເທົ່ານັ້ນ.
ສົມເດັດ ຊິກ ທາມິນ ຍັງໄດ້ກ່າວເຖິງການທີ່ກາຕາໃຫ້ກຸ່ມຕາລີບັນເປີດສຳນັກງານທາງການເມືອງ ທີ່ນະຄອນຫຼວງໂດຮາ ແລະ ການໃຫ້ສະຖານະແກ່ຜູ້ລີ້ໄພແກ່ແກນນຳກຸ່ມຕາລີບັນຫຼາຍຄົນນັ້ນ ເປັນເພາະລັດຖະບານກາຕາເຊື່ອໝັ້ນໃນຫຼັກການເຈລະຈາເທົ່ານັ້ນ ຈະຊ່ວຍຜ່ອນຄາຍຄວາມຮຸນແຮງ ແລະ ຄວາມຂັດແຍ່ງໄດ້.
ພ້ອມທັງຫວັງວ່າ ຈະບໍ່ມີປະເທດໃດໃນໂລກນີ້ ຕ້ອງປະເຊີນກັບສະຖານະການທີ່ເກີດຂຶ້ນໃນອັຟການິສຖານຕະຫຼອດ 20 ປີທີ່ຜ່ານມາອີກ ເນື່ອງຈາກ “ການທີ່ການເມືອງຖືກກຳນົດຈາກພາຍນອກ” ບໍ່ວ່າຜູ້ສັ່ງການຈະມີຈຸດປະສົງອັນໃດກໍຕາມ ພ້ອມທຸ່ມງົບປະມານມະຫາສານ ແຕ່ສິ່ງດັ່ງກ່າວນັ້ນເຮັດໃຫ້ອັຟການິສຖານຕ້ອງຫຼົ້ມສະຫຼາຍ, ພ້ອມທັງຮຽກຮ້ອງໃຫ້ຊາວໂລກຈົ່ງຊ່ວຍເຫຼືອດ້ານມະນຸດສະທຳ ແລະ ຂໍໃຫ້ປ່ອຍວາງຈຸດຢືນທາງການເມືອງທີ່ແຕກຕ່າງຈາກກຸ່ມຕາລີບັນໄວ້ກ່ອນ, ອະນາຄົດທາງການເມືອງຂອງອັຟການິສຖານຕ້ອງຂຶ້ນກັບຊາວອັຟການິສຖານເທົ່ານນັ້ນ.