ປັດຈຸບັນເຫັນໄດ້ວ່າ ໂຊຊ້ຽວແມ່ນເຂົ້າມາເປັນສ່ວນໜຶ່ງຂອງການດຳລົງຊີວິດໄປແລ້ວ ແຕ່ທີ່ໜ້າຫ່ວງແມ່ນ ສຳລັບໄວລຸ້ນ ຫຼື ເຍົາວະຊົນ ທີ່ມີຄວາມໃກ້ຊິດຕິດພັນກັບໂຊຊ້ຽວຫຼາຍເກີນໄປ ເຊິ່ງເກີດຜົນດີເລີຍ ຜົນເສຍຫຼາຍກວ່າຢ່າງຫຼີກລ່ຽງບໍໄດ້ ສປ ຈີນຈິ່ງມີມາດຕະການບັງຄັບໃຫ້ເດັກນ້ອຍອາຍຸຕ່ຳກວ່າ 14 ປີຕ້ອງໃຊ້ໂຊຊ້ຽວບໍ່ເກີນມື້ລະ 40 ນາທີເທົ່ານັ້ນ.
ເພື່ອເປັນການຫຼຸດຜ່ອນການເສບຕິດໂຊຊ້ຽວ ຕິກຕັອກ ByteDance ບໍລິສັດແມ່ຂອງ TikTok ເພີ່ມ youth mode ຈຳກັດເວລາຫຼິ້ນຕິກຕັອກ ຫຼື ເວີຊັ່ນໃນຈີນເອີ້ນວ່າ: Douyin ໂດຍເດັກນ້ອຍທີ່ມີອາຍຸຕ່ຳກວ່າ 14 ປີ ສາມາດຫຼິ້ນ Douyin ໄດ້ພຽງວັນລະ 40 ນາທີເທົ່ານັ້ນ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງລັດຖະບານຈີນ ໃນການພະຍາຍາມຄວບຄຸມ ເຍົາວະຊົນບໍ່ໃຫ້ເສບຕິດກັບການຫຼິ້ນເກມ ແລະ ໂຊຊ້ຽວຫຼາຍເກີນໄປ.
ໄວລຸ້ນທີ່ມີອາຍຸຕ່ຳກວ່າ 14 ປີ ສາມາດຫຼິ້ນ Douyin ໃນລະຫວ່າງເວລາ 6:00 ໂມງໄປຈົນເຖິງ 22:00 ໂມງ ແຕ່ຖ້ານອກເໜືອ ຫຼື ເກີນເວລານີ້ ຈະບໍ່ສາມາດເຂົ້າຫຼີ້ນທາງ ByteDance ແລະຈະມີການບັງຄັບໃຊ້ກົດໃນການຢືນຍັນຕົວຕົນ ແລະ ອາຍຸຢ່າງເຄັ່ງຄັດ ລວມທັງມອບໃຫ້ຜູ້ປົກຄອງຊ່ວຍເບິ່ງ ໃນການຢືນຍັນຂອງແອັບອີກພ້ອມ.
ໃນເດືອນສິງຫາທີ່ຜ່ານມານີ້ ສຳນັກບໍລິຫານສື່ ແລະ ສິ່ງພິມແຫ່ງຊາດຂອງຈີນເຜີຍກົດໃໝ່ ກຳນົດໃຫ້ພົນລະເມືອງຈີນອາຍຸຕ່ຳກວ່າ 18 ປີ ສາມາດຫຼິ້ນເກມອອນລາຍໄດ້ສະເພາະໃນວັນສຸກ, ວັນພັກທ້າຍອາທິດ ແລະ ວັນຍຸດສຳລັບທາງລັດຖະການ ລະຫວ່າງເວລາ 20:00 ໂມງໄປຈົນເຖິງ 21:00 ໂມງ ແລະບັງຄັບໃຫ້ແພັດຟອມເກມ ແລະ ໂຊຊ້ຽວ ໂດຍສະເພາະ Douyin ໃຫ້ມີການຢືນຍັນຕົວຕົນດ້ວຍຊື່ແທ້, ເບີໂທລະສັບ ຫຼື ຂໍ້ມູນຢືນຍັນຕົວຕົນອື່ນໆ ກ່ອນຈຶ່ງຈະໃຫ້ເຍົາລະຊົນເຂົ້າເຖິງການໃຊ້ງານໄດ້.
ແຫຼ່ງທີ່ມາ: Blognone