ບໍລິສັດ ໄມໂຄຣຊັອບ ຈະລົງທຶນ 2,9 ຕື້ໂດລາໃນສູນຂໍ້ມູນປັນຍາປະດິດຢູ່ຍີ່ປຸ່ນ

28

ຂ່າວສານຫວຽດນາມລາຍງານວ່າ: ບໍລິສັດໄມໂຄຣຊັອບ (Microsoft) ບໍລິສັດໃຫຍ່ດ້ານເຕັກໂນໂລຊີ ຂອງ ອາເມຣິກາ ຈະລົງທຶນ 2,9 ຕື້ໂດລາ ໃນບັນດາສູນຂໍ້ມູນປັນຍາປະດິດ (AI) ຢູ່ ຍີ່ປຸ່ນ ໃນປີ 2025 ເຊິ່ງເປັນການລົງທຶນທີ່ໃຫຍ່ທີ່ສຸດຂອງບໍລິສັດໃນຍີ່ປຸ່ນ.

ບໍລິສັດໄມໂຄຣຊັອບ ຍັງຈະປະກາດໂຄງການພັດທະນາທັກສະ ກ່ຽວກັບ AI ໃນຍີ່ປຸ່ນ ເພື່ອຝຶກອົບຮົມພະນັກງານ 3 ລ້ານຄົນ ໃນໄລຍະ 3 ປີ ແລະ ສ້າງຕັ້ງຫ້ອງທົດລອງໃໝ່ໃນໂຕກຽວ ເພື່ອຄົ້ນຄວ້າ ແລະ ພັດທະນາຫຸ່ນຍົນ ແລະ AI.

ຫ້ອງທົດລອງໃໝ່ນີ້ຈະສ້າງຕັ້ງໂດຍ Microsoft Research Asia ສະໜອງທຶນ 1,5 ຕື້ເຢນ (9,9 ລ້ານໂດລາ) ໃຫ້ມະຫາວິທະຍາໄລໂຕກຽວ ແລະ ການຮ່ວມມືລະ ຫວ່າງ ມະຫາວິທະຍາໄລເຄໂອ (ຍີ່ປຸ່ນ) ກັບ ມະຫາວິທະຍາໄລ ຄຣາເນກີ ເມລລອນ (ອາເມຣິກາ) ເພື່ອເປັນທຶນໃຫ້ແກ່ໂຄງການຄົ້ນຄວ້າໃນ 5 ປີຕໍ່ໜ້າ.