ລົດໄຟດ່ວນ ຈີນ – ເອີຣົບ ແລ່ນຜ່ານ 2 ດ່ານ ເຂດຊິ່ນຈ່ຽງຈີນ ບັນລຸ 4.000 ກວ່າຂະບວນ

31

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ເມສາຜ່ານມາວ່າ:  ອີງຕາມຂໍ້ມູນສະຖິຕິຈາກດ່ານພາສີໂຮໂກສ ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນ ສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີ 2024 ມານີ້, ຈຳນວນຂະບວນລົດໄຟ ດ່ວນຈີນ-ເອີຣົບ (ອາຊີກາງ) ທີ່ແລ່ນຂ້າມແດນ ໂດຍຜ່ານດ່ານໂຮໂກສ ແລະ ດ່ານອາລາຊ່ານໂຂ້ວ ເຂດຊິ່ນຈ່ຽງຈີນ ໄດ້ບັນລຸ 4.000 ກວ່າຂະບວນ.

ປີ 2024, ຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບ (ອາຊີກາງ) ທີ່ແລ່ນຜ່ານດ່ານໂຮ  ໂກສບັນລຸເຖິງ2.031 ຂະບວນ, ຂະນະທີ່ຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບ (ອາຊີກາງ) ທີ່ແລ່ນຜ່ານດ່ານອາລາຊ່ານໂຂ້ວບັນລຸເຖິງ 2.014 ຂະບວນ, ຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບ ທີ່ຜ່ານດ່ານສອງແຫ່ງນີ້ໄດ້ກວມຍອດຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບ ທີ່ຜ່ານດ່ານອື່ນໆໃນທົ່ວປະເທດຈີນຫຼາຍກວ່າ 40%. ຜະລິດຕະພັນຈີນຕ່າງໆເຊັ່ນ: ເຄື່ອງໃຊ້ສອຍໃນຊີວິດປະຈຳວັນ, ອຸປະກອນກົນຈັກໄຟຟ້າ, ຜະລິດຕະພັນເອເລັກໂຕຣ ນິກ, ຜະລິດຕະພັນສຳຮອງກະສິກຳ ໄດ້ຖືກຂົນສົ່ງຜ່ານດ່ານທາງລົດໄຟຊິ່ນຈ່ຽງໄປຂາຍຢູ່ຕະຫຼາດອາຊີກາງ ແລະ ເອີຣົບນັບມື້ຫຼາຍຂຶ້ນ.