ຊ້າງປ່າ ທຳລາຍຄົນເສຍຊີວິດຢູ່ປາກລາຍ

79

ເກີດເຫດສຸດເສົ້າ ເບື້ອງຕົ້ນມີປະຊາຊົນພົບເຫັນຄົນເສຍຊີວິດ ໂດຍບໍ່ຊາບສາເຫດຊຶ່ງເມື່ອຮັບຊາບຂ່າວເຈົ້າໜ້າທີ່ໄດ້ລົງກວດທີ່ເກີດເຫດທັນທີ ແລະໄດ້ຂໍ້ສະຫຼຸບຄືເປັນຊ້າງປ່າທຳລາຍ.

 

ຕາມຂ່າວລາຍງານວ່າ ໄດ້ຮັບການລາຍງານຈາກອຳນາດການປົກຄອງ ບ້ານ ນາໂພ ເມືອງປາກລາຍ ແຂວງໄຊຍະບູລີ ໃນ
ຄັ້ງວັນທີ 7 ເມສາ 2024 ວ່າມີຊ້າງ ປ່າຂ້າຄົນ ປະຊາຊົນ ບ້ານ ນາໂພ ເມືອງປາກລາຍ ແຂວງໄຊຍະບູລີ ຕົກມາຮອດເວລາ ປະມານ 13 ໂມງ 00 ນາທີຂອງວັນດຽວກັນ ທາງເຈົ້າໜ້າທີ່ ວິຊາສະເພາະ ພະແນກຕຳຫວດ ປກສ ເມືອງປາກລາຍ ສົມທົມກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ນາໂພ ເມືອງປາກລາຍ ໄດ້ລົງກວດກາສະຖານທີ່ເກີດເຫດ ແມ່ນພົບຜູ້ເສຍຊີວິດ 01 ຄົນເພດຊາຍຊື່ ທ້າວ ສະຫວັດ ເພັງສະຫັວນ ອາຍຸ 49 ປີ ປະຊົນ ບ້ານ ນາໂພ ເມືອງປາກລາຍ ແຂວງໄຊຍະບູລີ.

May be an image of 1 person and meerkat

ກ່ອນເກີດເຫດ ໃນເວລາປະມານ 7:00 ໂມງຂອງວັນທີ່ 7 ເມສາ 2024 ທ້າວ ສະຫວັດ ເພັງສະຫັວນ ຜູ້ກ່ຽວແມ່ນໄດ້ຂັບຂີ່ລົດສິ້ງຂອງຕົນເອງ ອອກຈາກບ້ານໄປຄົນດຽວ ຈຸດປະສົງ ແມ່ນຈະໄປເກືອໝູຢູ່ນາຂອງຜູ້ກ່ຽວ ຢູ່ເຂດຫ້ວຍກົກຜາງ ຂອບເຂດບ້ານ ນາໂພ ເມືອງປາກລາຍ. ຕົກຮອດເວລາ ປະມານ 8:00 ໂມງ ຂອງມື້ນັ້ນເອງມີຜູ້ພົບເຫັນເຫດການຊື່ທ້າວ ພົດ ແກ້ວມະນີ ປະຊາຊົນບ້ານ ນາໂພ ເມືອງປາກລາຍ ໄດ້ລາຍງານໃຫ້ຮູ້ວ່າ: ຜູ້ກ່ຽວ ໄດ້ໄປນາຂອງຕົນເອງ ຢູ່ເຂດ ຫ້ວຍກົກຜາງ ໃກ້ກັບນາຂອງ ທ້າວ ສະຫວັດ ເພັງສະຫວັນ ຜູ່ຕາຍ ໃນເວລານັ້ນ ຜູ້ກ່ຽວໄດ້ຍິນສຽງຊ້າງ ຮ້ອງແຜດຂຶ້ນ 01 ຄັ້ງ ແລະ ໄດ້ຍິນສຽງ ຄົນຮ້ອງຂຶ້ນ 01 ຄັ້ງຢູ່ເຂດສວນມັນຕົ້ນຂອງທ້າວ ແກບ ຈາກນັ້ນຜູ້ກ່ຽວແມ່ນໄດ້ເຂົ້າໄປເບິ່ງ ໄດ້ພົບເຫັນຊ້າງປ່າຈຳນວນ 01 ໂຕ ຍ່າງຢູ່ບໍລິເວນ ສວນມັນຂອງທ້າວແກບ ພາຍຫຼັງຊ້າງປ່າໂຕດັ່ງກ່າວໄດ້ຍ່າງໜີເຂົ້າໄປໃນປ່າ ຜູ່ກ່ຽວແມ່ນໄດ້ຍາງເຂົ້າໄປຖຽງສວນຂອງທ້າວ ແກບ ຈຶ່ງໄດ້ພົບເຫັນ ທ້າວ ສະຫວັດ ເພັງສະຫັວນ ນອນຄວ້ຳໜ້າ ເສຍຊີວິດຄາທີ່ ໃນບໍລິເວນດັ່ງກ່າວ ຫ່າງຈາກຖຽງສວນ ປະມານ 5 ແມັດ.

ພາບຂ່າວ:ບຸນສີ ພາ