ແຂວງຫຼວງພະບາງ ແລະ ບໍລິຄໍາໄຊ ຄວ້າອັນດັບ1 ວິຊາ ຄະນິດສາດ ແລະ ພາສາລາວ-ວັນນະຄະດີ, ສ່ວນອີກ2 ວິຊາ ເປັນຂອງນະຄອນຫຼວງ ແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມ7

244

ພິທີສະຫຼຸບການແຂ່ງຂັນສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາ (ມ4,ມ7) ລະດັບຊາດ ສົກຮຽນ 2023-2024 ຈັດຂຶ້ນໃນວັນທີ 5 ເມສາ 2024 ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.


ທ່ານ ນາງ ຄໍາປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກ່າວວ່າ:  ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນ ມ4 ແລະ ມ7 ຄັ້ງນີ້ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 2 ເມສາ 2024  ແຕ່ລະແຂວງໄດ້ສົ່ງນັກສອບເສັງເພື່ອເຂົ້າຮ່ວມແຂ່ງຂັນໃນ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ ວິຊາລະ 1 ຄົນຕໍ່ຊັ້ນ. ມີນັກສອບເສັງມາຈາກ 17 ແຂວງ ແລະ ນະຄອນຫຼວງ ທີ່ເຂົ້າຮ່ວມການແຂ່ງຂັນ ທັງໝົດ 144 ຄົນ(ຍິງ 74 ຄົນ).

ນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2023-2024 ທີ່ສອບເສັງໄດ້ອັນດັບທີ 1, 2, 3 ແລະ ໄດ້ຄະແນນ 7 ຂຶ້ນໄປ ລວມທັງໝົດ ມີ 24 ຄົນ(ຍິງ 9 ຄົນ)ໄດ້ຮັບຫຼຽນ, ລາງວັນ ແລະ ໃບຍ້ອງຍໍ.

ສຳລັບຊັ້ນມໍ 7:  ວິຊາ ພາສາລາວ-ວັນນະຄະດີ ອັນດັບ 1 ທ້າວ ອະພິສິດ ສີສຸນົນ ວິຊາພາສາລາວ-ວັນນະຄະດີ ຈາກໂຮງຮຽນ ມປ ປາກຊັນ ແຂວງບໍລິຄຳໄຊ, ອັນດັບ2 ທ້າວທະວີຊັບ ຈັນທະສັກ ຈາກ ມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ, ອັນດັບ3 ທ້າວຮືເສັງ ເລົ່າ  ຈາກ ມສ ສັນຕິພາບ ແຂວງຫຼວງພະບາງ.

ວິຊາຄະນິດສາດ ອັນດັບ1 ທ້າວລີປໍ້ ຈື່ປໍ້ຈ່າ  ຈາກໂຮງຮຽນ ມສ ສັນຕິພາບ ແຂວງຫຼວງພະບາງ, ອັນດັບ2 ສໍາມະເນ ເຢີທໍ່ ໄມວິໄຊ ຈາກ ມສ ສົງ ສັນຕິພາບ ແຂວງຊຽງຂວາງ ແລະ   ທ້າວແສງຄໍາຟອງ ຢ່າງຊ້ອງເຊັ່ງ ຈາກ ມ.ສ ໄຊສົມບູນ ແຂວງໄຊສົມບູນ, ອັນດັບ 3ທ້າວຈື້ ຊົ່ງຢົ້ວກາວ ວິຊາຄະນິດສາດ ຈາກ ມສ ສີທ່ານາໄຊ ແຂວງບໍລິຄຳໄຊ.

ວິຊາ ເຄມີສາດ ອັນດັບ1  ທ້າວ ອານຸພາບ ລາດຊະວົງ  ຈາກ ມສ ພອນສະຫວັນ ນະຄອນຫຼວງວຽງຈັນ,  ອັນດັບ 2 ທ້າວ ຄໍາປານ ເກົ້າຫວັງ ຈາກ ມ.ສ ບ້ານໃໝ່ ແຂວງຜົ້ງສາລີ, ອັນດັບ 3 ນາງ ສຸພາວັນ ດາລາເພັດ ຈາກ ມ.ສ ຈຸງເຕັກ ແຂວງສະຫວັນນະເຂດ

ວິຊາຟິຊິກສາດ  ອັນດັບ 1 ທ້າວ ໂທພິທັກ ໄພສານຈາກ ມ.ສ ວຽງຈັນ ນະຄອນຫລວງວຽງຈັນ, ອັນດັບ 2 ທ້າວ ສີວົງສຸກ ເຮີ່ວ່າຮືຕົງລົງ ຈາກ ມ.ສ ສີທ່ານາໄຊ ແຂວງບໍລິຄໍາໄຊ, ອັນດັບທີ 3 ສາມະເນນ ສີດາ ຫຼ້າຄໍາປາງ ຈາກ ມ.ສ ສົງສາລະວັນ ແຂວງສາລະວັນ.

ລາງວັນທີ 1 ໄດ້ຮັບຫຼຽນຄຳ,ເງິນລາງວັນ 19.100.000ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກິລາ;
ລາງວັນທີ 2 ໄດ້ຮັບຫຼຽນເງິນ, ເງິນລາງວັນ 15.355.000ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກິລາ; ລາງວັນທີ 3 ໄດ້ຮັບຫຼຽນທອງ, ເງິນລາງວັນ 11.580.000ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກິລາ;