ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ມອບເງິນ ແລະ ນ້ຳດື່ມ ໃຫ້ ປກສ ນະຄອນຫຼວງ ສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ

62

ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ມອບເງິນ ຈຳນວນ 10 ລ້ານກີບ ແລະ ນ້ຳດື່ມ ເບ ສະຫວັນ ຈຳນວນ 150 ແພັກ ໃຫ້ກັບກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ແລະ ງານບຸນສົ່ງທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃໝ່ລາວ ຄສ 2024 ໃຫ້ເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.

ພິທີມອບ-ຮັບເງິນ ແລະ ນ້ຳດື່ມໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2024 ທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍເປັນກຽດມອບຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານ ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ທັງເປັນເຈົ້າຂອງສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ແລະ ກ່າວຮັບແມ່ນ ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ມີພາກສ່ວນກ່ຽວຂ້ອງ 2 ຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວຈາກ: ລູກນໍ້າເຊ