ງາມຫວານສຸດໆ ນາງສາວເຊກອງ ປີ 2024

74

ມື້ນີ້ຂ່າວບັນເທີງພາທຸກຄົນມາຊົມຄວາມງາມຂອງນ້ອໆສາວງາມທີ່ຄວ້າຕໍາແໜ່ງເວທີ ນາງສາວເຊກອງໄປຄອງໄດ້ງາມຫວານຍິ້ມມີສະເໜ່ສຸດໆ ນັ້ນກໍຄືນ້ອງ ນາງ ຊົມວິວ ຄິວລະວົງ ຄວ້າໄດ້ຕຳແໜ່ງນາງສາວເຊກອງ ປະຈຳປີ 2024 ເຊິ່ງງານປະກວດນາງສາວແຂວງເຊກອງ ເປັນໜຶ່ງໃນກິດຈະກໍາທີ່ກໍານົດໃນງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີນັ້ນເອງ.

อาจเป็นรูปภาพของ 7 คน และ ข้อความ

ການປະກວດແມ່ນຈັດຂຶ້ນໃນຄໍ່າຄືນວັນທີ 1 ເມສາ 2024ຜ່ານມາ. ຜ່ານການປະກວດ ໝາຍເລກ S08 ນາງ ຊົມວິວ ຄິວລະວົງ ສາມາດເອົາຊະນະໃຈກໍາມະການ ແລະ ຄວ້າໄດ້ຕຳແໜ່ງນາງສາວເຊກອງ ປະຈໍາປີ 2024 ໄດ້ຮັບມົງກຸດ ພ້ອມສາຍສະພາຍ ແລະ ເງິນລາງວັນ 15 ລ້ານກີບ, ໃນຂະນະທີ່ໝາຍເລກ S17 ນາງ ທິດນະມອນ ສຸລິຍະໄທ ຄວ້າໄດ້ 3 ລາງວັນ ຄື: ໄດ້ອັນດັບທີ 2 ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 10 ລ້ານກີບ, ນອກນີ້ຍັງໄດ້ຮັບລາງວັນຂວັນໃຈມະຫາຊົນ ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 3 ລ້ານກີບ ແລະ ລາງວັນຜິວງາມ ໄດ້ຮັບສາຍສະພາຍ ພ້ອມເງິນສົດ 2 ລ້ານກີບ, ອັນດັບທີ 3 ໝາຍເລກ S18 ນາງ ສຸກສະໄໝ ສິດທິອຸດົມ ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 8 ລ້ານກີບ, ຮອງອັນດັບ 3 ມີ 4 ນ້ອງ ຄື: S01 ນາງ ອາເຫວີຍ ອິນທາທິລາດ,  S13 ນາງ ຈັນທະໜອມ ແກ້ວສະຫງ່າ, S05 ນາງ ສຸດາວັນ ບຸດບຸນມີ ແລະ S20 ນາງ ປາລີດຕາ ຜາສຸກ ໄດ້ຮັບເງິນລາງວັນ 5 ລ້ານກີບ, ສໍາລັບ 13 ໝາຍເລກທີ່ຕົກຮອບແມ່ນໄດ້ຮັບລາງວັນຊົມເຊີຍຄົນລະ 2 ລ້ານກີບ ແລະ ການປະກວດຄັ້ງນີ້ ມີຜູ້ເຂົ້າປະກວດ 20 ນ້ອງນາງສາວ, ໃນນີ້ ຕົວແທນຈາກເມືອງດາກຈຶງ 2 ຄົນ, ເມືອງກະລຶມ 4 ຄົນ, ເມືອງລະມາມ 2 ຄົນ ເມືອງທ່າແຕງ 3 ຄົນນັ້ນເອງ.

อาจเป็นรูปภาพของ 18 คน, แท่นบรรยาย และ ข้อความ

ພາຍຫຼັງໄດ້ຮັບຕໍາແໜ່ງອັນຊົງຄຸນຄ່າໄປຄອງ ນ້ອງ ຊົມວິວ ຄິວລະວົງ ນາງສາວເຊກອງ ປະຈຳປີ 2024 ກໍໄດ້ມີການໂພສພາບພ້ອມແຄັບຊັນເພື່ອເວົ້າເຖິງຄວາມຮູ້ສຶກຂອງຕົນເອງຫຼັງຈາກໄດ້ຮັບຕໍາແໜ່ງວ່າ: “ ກ່ອນອື່ນໝົດຂໍຂອບໃຈທຸກຄົນທີ່ຊ່ວຍເຊຍ ແລະ ສົ່ງກຳລັງໃຈໃຫ້ນ້ອງໃນການປະກວດຄັ້ງນີ້ຈົນສາມາດປະສົບຜົນສຳເລັດໄດ້ ຂອບໃຈເມືອງລະມາມ ທີ່ສົ່ງເຂົ້າປະກວດນາງສັງຂານ ທີ່ໃຫ້ໂອກາດນ້ອງໄດ້ມາສະແດງສັກກະຍະພາບ ຄວາມສາມາດ ແລະ ໄດ້ມາຢືນເທິງເວທີແຫ່ງນີ້ຂອບໃຈທາງຄະນະກຳມະການຄະນະຮັບຜິດຊອບງານ ພ້ອມດ້ວຍຄອບຄົວອ້າຍເອື້ອຍພີ່ນ້ອງ ແລະ ໝູ່ຄູ່ທຸກຄົນທີ່ຊັບພອດເປັນກຳລັງໃຈໃຫ້ ແລະ ຊ່ວຍເຊຍຊ່ວຍແຊຣ໌ ແລະ ໃຫ້ຄຳປຶກສາຕະຫຼອດ.

อาจเป็นรูปภาพของ 6 คน และ ข้อความ

ຂອບໃຈທຸກຄົນທີ່ເປັນກຳລັງໃຈໃຫ້ ທັງສົ່ງມາທາງຂໍ້ຄວາມທັງ Comment ຕ່າງໆ ອາດຈະບໍ່ໄດ້ຕອບໝົດທຸກຄົນ ແຕ່ຢາກຈະບອກວ່າທຸກກຳລັງໃຈຂອງທຸກຄົນທີ່ສົ່ງມາ ເຮັດໃຫ້ນ້ອງປະສົບຜົນສຳເລັດໃນມື້ນີ້ ຂອບໃຈເວທີ Miss Tourism Laos ນາງສາວທ່ອງທ່ຽວລາວ ທີ່ໃຫ້ບົດຮຽນໃຫ້ ຄວາມຮູ້ປະສົບການຕ່າງໆ ຈົນໄດ້ນຳເອົາໃຊ້ໃນມື້ນີ້ຈົນໄດ້ຮັບຜົນສຳເລັດ ຂອບໃຈແມ່ ນາງ ຄໍາພອນ ແກ້ວພິມມະຈັນ ທີ່ຄອຍສະໜັບສະໜູນ ແລະ ຊັບພອດລູກທຸກຢ່າງ ຢາກບອກແມ່ວ່າລູກເຮັດໄດ້ລະເດີ ຂອບໃຈແມ່ລ້ຽງ ສີຜາສຸກ ແກ້ວພູທານ ປຽບສະເໝືອນແມ່ຜູ້ທີ 2 ທີ່ຄອຍຊ່ວຍເຫຼືອລູກທຸກຢ່າງ ຂອບໃຈຊ່າງແຕ່ງໜ້າທີ່ເນລະມິດຄວາມງາມໃຫ້ໃນມື້ນີ້ Ling Xykm.

ທ້າຍນີ້ຂ່າວບັນເທີງເອງຕ້ອງຂໍສະແດງຄວາມຍິນດີກັບນ້ອງ ແລະ ຝາກທຸກຄົນຕິດຕາມຜົນງານການເຄື່ອນໄຫວຂອງນ້ອງແດ່ເດີ.