ມວຍລາວໄຟທ໌ ກັບມາອີກຄັ້ງອາທິດນີ້ວັດກັນຍາວ 15 ຄູ່, ນັກມວຍຈາກອີຣານ-ໄທ-ກໍາປູເຈຍ ມາຮ່ວມຊົກ

168

ການແຂ່ງຂັນມວຍລາວ ລາຍການ ມວຍລາວ ໄຟທ໌ ( Muay Lao Fight ) ປະຈໍາປີ 2024 ກຽມກັບມາລະເບີດຄວາມມັນອີກຄັ້ງ ໂດຍຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 4 ເລີ່ມແຕ່ເວລາ 17:00 ໂມງຂອງວັນທີ 7 ເມສາ 2024 ທີ່ເວທີມວຍ ສູນບູໂດ້ ( Lao Japan Budo Center ) ເຂດສະໜາມກີລາເຈົ້າອະນຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ວັດຄົມກັນເຖິງ 15 ຄູ່.

ພິທີຖະແຫຼງຂ່າວກຽມຄວາມກ່ອນແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນໃນຕອນແລງຂອງວັນທີ 2 ເມສາ 2024 ທີ່ຫ້ອງປະຊຸມໃຫຍ່ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງປະທານ ແລະ ເລຂາທິການສະຫະພັນມວຍລາວແຫ່ງຊາດ, ທ່ານ ກວນເພັດ ພວງມາລາ ຮອງເລຂາທິການ ສະຫະພັນມວຍລາວແຫ່ງຊາດ ແລະ ທ່ານ ມໍລະກົດ ສຸວັນນະສັງໂສ ຮອງເລຂາທິການ ສະຫະພັນມວຍລາວແຫ່ງຊາດ ພ້ອມດ້ວຍຄະນະ, ຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງປະທານ ແລະ ເລຂາທິການສະຫະພັນມວຍລາວແຫ່ງຊາດ ກ່າວວ່າ: ການຈັດການແຂ່ງຂັນມວຍລາວໄຟທ໌ ຄັ້ງນີ້ຈັດຂຶ້ນມາເປັນຄັ້ງທີ 4 ຕໍ່ຈາກກ່ອນໜ້ານີ້ແມ່ນຈັດຢູ່ ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ, ຈັດຂຶ້ນມາກໍເພື່ອຜັນຂະຫຍາຍແຜນການເຄື່ອນໄຫວຂອງສະຫະພັນມວຍລາວແຫ່ງຊາດ ໂດຍສະເພາະແມ່ນການຈັດມວຍຮອບ ແລະ ຈັດຢ່າງຕໍ່ເນື່ອງໃນທຸກໆເດືອນ ເພື່ອຕິດພັນກັບວັນສໍາຄັນອື່ນໆ ກໍຄືວັນສະເຫຼີິມສະຫຼອງວັນສ້າງຕັ້ງກໍາລັງ ກະຊວງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີໃນປີ 2024.

“ ພິດເສດຍັງເປັນການສ້າງເວທີໃຫ້ກັບນັກມວຍລາວ ໄດ້ແຂ່ງຂັນກັບນັກກີລາພາຍໃນ ແລະ ຕ່າງປະເທດ ເພື່ອເປັນການປັບປຸງ ແລະ ພັດທະນານັກກີລາມວຍລາວຮຸ່ນເຍົາວະຊົນສືບທອດ ໃຫ້ມີຄວາມເຂັ້ມແຂງສາມາດແຂ່ງຂັນກີລາປະເພດຕໍ່ສູ່ ເພື່ອກາຍເປັນນັກກີລາທີມຊາດ ກຽມເຂົ້າຮ່ວມແຂ່ງຂັນ ເອຊຽນ ອິນດໍເກມ ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນທ້າຍປີນີ້ ພ້ອມທັງຍັງເປັນການສະເຫຼີມສະຫຼອງ ແລະ ຊົມເຊີຍການເປີດປີທ່ອງທ່ຽວຂອງ ສປປ ລາວ ” ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ກ່າວ.

ຂະນະດຽວກັນ ທ່ານ ມໍລະກົດ ຮອງເລຂາທິການ ສະຫະພັນບານເຕະມວຍລາວ ແຫ່ງຊາດ ກ່າວວ່າ: ເວທີສໍາລັບການແຂ່ງຂັນແມ່ນໃກ້ຈະສໍາເລັດສົມບູນ 100%, ໂດຍມີນັກກີລາເຂົ້າຮ່ວມ 15 ຄູ່ມວຍ ແບ່ງເປັນ 2 ຮອບ ພິເສດຍັງມີນັກກີລາຈາກໄທ ແລະ ກໍາປູເຈຍ ມາຮ່ວມຊົກນໍາຄື:
1.ມວຍກ່ອນເວລາ ຮຸ່ນ 46 ກິໂລກຣາມ: ສືບທອດ KKV ພົບ ສິງຂອນເລັກ ກຽດປະສານໄຊ
2.ມວຍກ່ອນເວລາ ຮຸ່ນ 52 ກິໂລກຣາມ: ສາຍຊົນ ຂວັນໃຈສີໂຄດ ພົບ ສີອຸຍ ຂຸນວັງຫຼວງ
3.ມວຍຮອບ ຮຸ່ນ 51 ກິໂລກຣາມ: ເມືອງໂຂງ ສິດຄູແຫຼ້ ພົບ ນໍ້າອ້ອຍ ຮ້ານອາຫານເວກັສ
4.ມວຍຮອບ ຮຸ່ນ 51 ກິໂລກຣາມ: ແລັມໂບ້ເລັກ ມວຍລາວລ້ານຊ້າງ ພົບ ຍອດເລົ່າງາມ ບັນຊາເດດ
5.ມວຍຮອບ ຮຸ່ນ 57 ກິໂລກຣາມ: ຄູນເພັດ ສສ ໂວວີນາມ ພົບ ສອນໄຊ ມາດາມຊາຣາ
6.ມວຍຮອບ ຮຸ່ນ 57 ກິໂລກຣາມ: ຂຸນເຫຼັກ ຂຸນວັງຫຼວງ ພົບ ແມ໋ກນ້ອຍ ສູນຝຶກກີລາວູຊູແຫ່ງຊາດ
7.ມວຍຮອບ ຮຸ່ນ 65 ກິໂລກຣາມ: ເພັດພູພານ ມວຍລາວລ້ານຊ້າງ ພົບ ປາຫວ່າ ສິດຊຽນນິຍົມ

8.ມວຍຮອບ ຮຸ່ນ 56 ກິໂລກຣາມ: ລາຍເພັດນ້ອຍ ( CSC ) ກົມຄຸມຂັງດັດສ້າງ ກະຊວງ ປກສ ພົບ ລ່ອນນີ້ ສູນຝຶກກີລາວູຊູແຫ່ງຊາດ
9.ມວຍຮອບທີ 2 ຮຸ່ນ 51 ກິໂລກຣາມ: ຫຼ່ຽມເພັດເລັກ ( CSC ) ວິທະຍາຄານຕໍາຫຼວດປະຊາຊົນ ພົບ ຍອດສາລະວັນ ອໍນິວໄກ່ຊິ້ງ
10.ຄູ່ມວຍພິເສດ ຮຸ່ນ 61 ກິໂລກຣາມ: ເກົ້າແສນ ຂວັນໃຈສີໂຄດ ພົບ ລໍານໍ້າໂຂງ ຕໍ ເພັດຕາວັນ ( ຈາກໄທ )
11.ຄູ່ມວຍພິເສດ ຮຸ່ນ 65 ກິໂລກກຣາມ: ສິງໃຫຍ່ AIDC ພົບ ຈໍານຸດຊໍານາງ ຈາກກໍາປູເຈຍ
12.ຄູ່ມມວຍພິເສດ ຮຸ່ານ 65 ກິໂລກຣາມ: ຂຸນຊ້າງ JDB ບັນຊາເດດ ພົບ MOHSEN FARTOTEARD ຈາກອີຣານ
13.ມວຍຮອບທີ 2 ຮຸ່ນ 64 ກິໂລກຣາມ: ນ້ອງໂອ ທະວີຊັບ ວິທະຍາຄານ ວສປ (ເສຍ່ຕ້າຂຸນວັງຫຼວງ) ພົບ SAJJAD MANAFI YALDAGERMANI ຈາກອີຣານ
14.ມວຍຮອບທີ 2 ຮຸ່ນ 51 ກິໂລກຣາມ: ນ້ອງເບຍ ຂຸນວັງຫຼວງ ພົບ ມັງກອນຂາວ HK gym
15.ມວຍທົ່ວໄປ ຮຸ່ນ 52 ກິໂລກຣາມ ເພັດທະຈັກ ມຸງຄຸນເພັດ ( ກະຊວງ ປກສ ) ພົບ ອາຍາເລັກ ແອອຸດົມ ອາໄລ່ຍົນ
ຂ່າວ: Larh Creators