ຮອດປັດຈຸບັນ ແຂວງສະຫວັນນະເຂດ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 1.000 ກວ່າເລື່ອງ

47

ທ່ານ ບຸນເລີດ ຄະທຸມພອນ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນໃນໂອກາດລາຍງານຕໍ່ກອງປະຊຸມສະຫຼູບຜົນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ແຕ່ປີ 2021-2023 ແລະ ວາງແຜນການວຽກງານຈຸດສຸມປີ 2024-2025 ຂອງແຂວງສະຫວັນນະເຂດ ຊຶ່ງໄດ້ຈັດຂຶ້ນໃນວັນທີ 29 ມີນານີ້ ວ່າ: ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງແຕ່ລະໄລຍະ ເຫັນວ່າມີຜົນສຳເລັດໃນຫຼາຍດ້ານເປັນຕົ້ນ: ຈັດພິທີທຳລາຍຢາ ເສບຕິດ ທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ 3 ຄັ້ງ, ປະກອບມີ ຢາບ້າ 48,80 ກິໂລ, ຢາໄອສ໌ 327,20 ກຼາມ, ຢາອີ 26,05 ກຼາມ, ຢາເຄຕາມິນ 472,56 ກຼາມ, ກັນຊາແຫ້ງ 461 ກິໂລ ນັບແຕ່ປີ 2021-2023 ໄດ້ຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດ ໄດ້ທັງໝົດ 2.788 ຄົນ.

ດ້ານວຽກງານປາບປາມ ແລະ ແກ້ໄຂເປົ້າໝາຍ ນັບແຕ່ເລີ່ມຈັດຕັ້ງປະຕິບັດວາລະແຫ່ງຊາດ ມາຮອດປັດຈຸບັນ ສາມາດມ້າງຄະດີຢາເສບຕິດປະເພດຕ່າງໆໃນທົ່ວແຂວງໄດ້ທັງໝົດ 1.014 ເລື່ອງ, ກັກຜູ້ຖືກຫາໄດ້ 1.545 ຄົນ, ຢຶດຂອງກາງຢາບ້າ 8 ລ້ານກວ່າເມັດ, ຢາອີ 960 ເມັດ, ຢາເຄ 17 ຄົງ, ຢາໄອສ໌ 365 ຖົງ, ເຮໂລອີນ 164 ແທ່ງ (61 ພັນກວ່າກິໂລ), ກັນຊາແຫ້ງ 890 ກິໂລ, ໃບກະທ້ອມ 46 ກິໂລ, ກາເຟປະສົມສານເສບຕິດ 2 ພັນກວ່າຊອງ, ຢາດີໄອ 929 ກວດ ແລະ ອື່ນໆ.

ນອກນັ້ນ, ຍັງໄດ້ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ລັກຊັບ, ງັດແງະ ແລະ ບັນຫາອາຊະຍາກຳອື່ນໆໄດ້ 834 ລາຍ, ກັກຕົວຜູ້ຖືກຫາ 906 ຄົນ ເພື່ອນຳໄປດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວ: ສະຫວັນ