3 ເດືອນຕົ້ນປີ ທຶນ FDI ເຂົ້າ ຫວຽດນາມ ເພີ່ມຂຶ້ນ 7% ບັນລຸກວ່າ 4,6 ຕື້ໂດລາ

32

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ 3 ເດືອນຕົ້ນປີ2024 ການລົງທຶນໂດຍກົງຈາກຕ່າງປະເທດ ( FDI ) ຢູ່ຫວຽດນາມ ບັນລຸກວ່າ 4,6 ຕື້ໂດລາສະຫະລັດ ເພີ່ມຂຶ້ນກວ່າ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

อาจเป็นรูปภาพของ ตึกระฟ้า และ ถนน

ຕາມຕົວເລກຫຼ້າສຸດຂອງກົມລົງທຶນຕ່າງປະເທດ ກະຊວງແຜນການ ແລະ ການລົງທຶນຫວຽດນາມໃຫ້ຮູ້ວ່າ: ມາຮອດວັນທີ 20 ມີນາ ມີທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ, ຊື້ທຶນປະກອບຂອງນັກລົງທຶນຕ່າງປະເທດ ລວມມູນຄ່າກວ່າ 6,17 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 13,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຖ້າໄລ່ຕາມຂະແໜງການ, ບັນດານັກລົງທຶນຕ່າງປະເທດ ໄດ້ລົງທຶນເຂົ້າ 17 ໃນຈຳນວນ 21 ຂະແໜງເສດຖະກິດແຫ່ງຊາດ; ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດແຕ່ງ ນຳໜ້າດ້ວຍຍອດເງິນລົງທຶນບັນລຸກວ່າ 3,9 ຕື້ໂດລາສະຫະລັດ. ຂະແໜງດຳເນີນທຸລະກິດອະສັງຫາລິມະຊັບ ຢືນອັນດັບທີ 2, ຖັດຈາກນັ້ນແມ່ນບັນດາຂະແໜງຂາຍສົ່ງຂາຍຍ່ອຍ, ການເຄື່ອນໄຫວດ້ານວິຊາການ, ວິທະຍາສາດ – ເຕັກໂນໂລຊີ…

ຖ້າໄລ່ຕາມຄູ່ຮ່ວມມືລົງທຶນ, ໃນ 3 ເດືອນຜ່ານມາ ມີ 62 ປະເທດ ແລະ ເຂດແຄວ້ນໄດ້ລົງທຶນຢູ່ ຫວຽດນາມ. ໃນນັ້ນ ສິງກະໂປ ໄດ້ນຳໜ້າດ້ວຍເງິນລົງທຶນທັງໝົດ ກວ່າ 2,55 ຕື້ໂດລາສະຫະລັດ. ຖັດຈາກນັ້ນແມ່ນ ຮົງກົງ ( ຈີນ ), ຈີນ, ຍີ່ປຸ່ນ…