ເສດຖະກິດອັງກິດ ຕິດລົບ 2 ໄຕມາດຕິດ

24

ອັງກິດ ເຂົ້າສູ່ສະພາວະເສດຖະກິດຖົດຖອຍ ຢ່າງເປັນທາງການຫຼັງຈີດີພີ ຫົດຕົວໃນໄຕມາດ 3 ແລະ 4 ຂອງປີ 2023.

ສຳນັກງານສະຖິຕິແຫ່ງຊາດອັງກິດ ເປີດເຜີຍໃນວັນທີ 28 ມີນາວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ຂອງອັງກິດ ລົບ 0,1% ໃນໄຕມາດ 3 ປີ2023 ແລະ ລົບ 0,3% ໃນໄຕມາດ 4 ປີ 2023 ກົງກັບຕົວເລກຄາດຄະເນໃນເບື້ອງຕົ້ນ ເຊິ່ງຖືເປັນການຢັ້ງຢືນຢ່າງເປັນທາງການວ່າເສດຖະກິດອັງກິດເຂົ້າສູ່ພາວະຖົດຖອຍເລັກໜ້ອຍ ເມື່ອປີຜ່ານມາ.

อาจเป็นรูปภาพของ รถลาก และ ตึกระฟ้า

ຢ່າງໃດກໍຕາມ, ເສດຖະກິດອັງກິດ ໄດ້ສົ່ງສັນຍານຟື້ນຕົວໃນໄລຍະຕົ້ນປີ 2024 ໂດຍຈີດີພີ ເຕີບໂຕ 0,2% ໃນເດືອນມັງກອນ. ນອກນັ້ນ, ຜົນສຳຫຼວດຢ່າງບໍ່ເປັນທາງການກໍບົ່ງຊີ້ວ່າ ການເຕີບໂຕນີ້ຈະດຳເນີນຕໍ່ໄປໃນເດືອນກຸມພາ ແລະ ມີນາ.

ຕະຫຼອດປີ 2023 ຈີດີພີ ອັງກິດໂດຍລວມເຕີບໂຕພຽງ0,1% ເຊິ່ງຫາກບໍ່ນັບລວມ ຈີດີພີ ປີ 2020 ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໂຄວິດແລ້ວ ນີ້ຖືເປັນຕົວເລກທີ່ບໍ່ດີທີ່ສຸດ ນັບແຕ່ປີ 2009 ທີ່ເປັນຊ່ວງທ້າຍຂອງວິກິດການການເງິນໂລກ.