ລາຄານໍ້າມັນດິບ ແລະ ຄຳປັບຂຶ້ນອີກ

34

ລາຄານໍ້າມັນດິບ WTI ປິດຕະຫຼາດວັນພະຫັດ ທີ 28 ມີນາ ປັບຂຶ້ນ 1,82 ໂດລາສະຫະລັດ ໂດຍໄດ້ແຮງໜູນຈາກຄຳສັ່ງຊື້ເກງກຳໄລຂອງນັກລົງທຶນ ຫຼັງຈາກທີ່ຕະຫຼາດປັບຕົວລົງ 2 ວັນຕິດຕໍ່ກັນ.

ລາຄານໍ້າມັນດິບ ເວັດເທັກຊັດ ຫຼື WTI ງວດສົ່ງມອບເດືອນພຶດສະພາ ປັບຂຶ້ນ 1,82 ໂດລາສະຫະລັດ ຫຼື 2,24% ປິດທີ່ 83,17 ໂດລາສະຫະລັດຕໍ່ບາເຣລ; ສ່ວນສັນຍານໍ້າມັນດິບເບຣນ ສົ່ງມອບເດືອນພຶດສະພາ ປັບຕົວຂຶ້ນ1,39 ໂດລາສະຫະລັດ ຫຼື 1,61% ປິດທີ່87,48 ໂດລາສະຫະລັດຕໍ່ບາເຣລ.

อาจเป็นรูปภาพของ 2 คน และ โรงกลั่นน้ำมัน

2 ວັນ ກ່ອນໜ້າລາຄານໍ້າມັນໄດ້ປັບລົງ ຫຼັງສະຫະລັດເປີດເຜີຍຄັງນໍ້າມັນດິບ ແລະ ນໍ້າມັນແອັດຊັງເພີ່ມຂຶ້ນສວນທາງການຄາດການຂອງນັກວິເຄາະ ເຮັດໃຫ້ນັກລົງທຶນກັງວົນກ່ຽວກັບອຸປະສົງນໍ້າມັນໃນສະຫະລັດ. ນອກນີ້, ການແຂງຄ່າຂອງເງິນໂດລາສະຫະລັດຍັງເປັນປັດໄຈດັນຕະຫຼາດນໍ້າມັນ.

ສ່ວນສັນຍາລາຄາຄຳລ່ວງໜ້າ ຫຼື ຟິວເຈີ ຕະຫຼາດ COMEX ( Commodity Exchange ) ງວດສົ່ງມອບເດືອນມິຖຸນາ ປິດຕະຫາດວັນທີ 28 ມີນາ ປັບຂຶ້ນ 1,2% ສູ່ລະດັບ 1.238,4 ໂດລາສະຫະລັດຕໍ່ອອນ ຫຼັງເຟດ ສົ່ງສັນຍາຫຼຸດດອກເບ້ຍ 3 ຄັ້ງໃນປີນີ້.

ລາຄາຄຳໄດ້ປັດໄຈໜູນຈາກຄຳສັ່ງຊື້ຂອງທະນາຄານກາງທົ່ວໂລກ ແລະ ປັດໄຈດ້ານພູມີລັດຖະສາດ ໜູນແຮງຊື້ຄຳໃນຖານະສິນຊັບປອດໄພ.