ລາວກຽມສຳຫຼວດພົນລະເມືອງຮອບໃໝ່ໃນປີ 2025

69

ໃນວັນທີ 28 ມີນາ 2024 ນີ້ ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ II ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ V ປີ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນໍາລະດັບຊາດຂອງການສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ມີລັດຖະມົນຕີ ຮອງລັດຖະມົນຕີ ຄະນະຊີ້ນໍາລະດັບຊາດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ເຈົ້າແຂວງ ເຈົ້າຄອງນະຄອນ ຮອງເຈົ້າແຂວງ ຫົວໜ້າຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 3 people, table, lighting and text

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວໃນພິທີເປີດກອງປະຊຸມວ່າ ເພື່ອປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030 ສະນັ້ນຈຶ່ງໄດ້ຈັດຕັ້ງປະຕິບັດການສໍາຫຼວດພົນລະເມືອງ ແລະ ທີ່ຢູອາໄສທົ່ວປະເທດ ໃນປີ 2025 ເຊິ່ງແມ່ນການສໍາຫຼວດໃຫຍ່ລະດັບຊາດທີ່ມີຄວາມສໍາຄັນທີ່ສຸດ ເພາະເປັນການເກັບກຳ ແລະ ຈົດນັບພົນລະເມືອງເພື່ອຕິດຕາມສະພາບການຂະຫຍາຍຕົວ ແລະ ປັດໄຈທີ່ສົ່ງຜົນກະທົບຕໍ່ກັບການຂະຫຍາຍຕົວຂອງພົນລະເມືອງໃນທຸກໆ 10 ປີ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ໃນປີ 2025 ແມ່ນຄັ້ງທີ V (ຄັ້ງທໍາອິດແມ່ນປີ 1985) ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນໃນການປັບປຸງຂໍ້ມູນພົນລະເມືອງແຫ່ງຊາດຂອງ ສປປ ລາວ ເປັນຖານຂໍ້ມູນທີ່ຈະປະກອບດ້ວຍຂໍ້ມູນດ້ານຕ່າງໆທີ່ມີຄວາມສຳຄັນຫຼາຍເຊັ່ນ ການຈະເລີນພັນ ການເສຍຊີວິດ ການເຄື່ອນຍ້າຍຂອງພົນລະເມືອງ.

May be an image of 1 person, dais and text

ຂໍ້ມູນລະອຽດກ່ຽວກັບຄຸນລັກສະນະຂອງພົນລະເມືອງ ໂຄງປະກອບອາຍຸ ເພດ ຊົນເຜົ່າ ສາສະໜາ ການສຶກສາ ການປະກອບອາຊີບ ແລະ ອື່ນໆ ເຊິ່ງການສໍາຫຼວດໃນຄັ້ງນີ້ຈະເປັນຂໍ້ມູນສໍາຄັນຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະ ການກະກຽມສ້າງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ X ພ້ອມນັ້ນ ກໍເປັນຂໍ້ມູນພື້ນຖານໃຫ້ແກ່ການຕິດຕາມບັນດາເປົ້າໝາຍການພັດທະນາແບບຍືນຍົງ ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ການປັບປຸງນະໂຍບາຍທາງດ້ານພົນລະເມືອງກໍຄືຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງ ຊາດຂອງ ສປປ ລາວ.