ລົດໄຟຟ້າວິນຟາສ ສ້າງຄວາມປະທັບໃຈໃນງານວາງສະແດງລົດສາກົນ

28

ຕາມການລາຍງານຂອງວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ງານວາງສະແດງ BIMS 2024 ທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນຄັ້ງທໍາອິດທີ່ VinFast ໄດ້ແນະນຳບັນດາຜະລິດຕະພັນລົດໄຟຟ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພິເສດ ແມ່ນລົດກະບະໄຟຟ້າ VF Wild ທີ່ເຄີຍສ້າງຄວາມປະທັບໃຈໃນງານວາງສະແດງເອເລັກໂຕຣນິກການໃຊ້ສອຍ ( CES 2024 ) ໃນຕົ້ນເດືອນມັງກອນ 2024 ຢູ່ສະຫະລັດອາເມຣິກາ.

ດ້ວຍຫົວຂໍ້ “ ການເຄື່ອນໄຫວ ພ້ອມດ້ວຍການຄົ້ນຫາທີ່ຈັບໃຈ ”, ງານວາງສະແດງລົດສາກົນບາງກອກ ( BIMS ) 2024 ຖືກໄຂຂຶ້ນຢ່າງເປັນທາງການ ເມື່ອວັນທີ 26 ມີນາ  ແລະ ຈະດຳເນີນຈົນເຖິງວັນທີ 7 ເມສາຢູ່ສູນວາງສະແດງອິມແພັກ ປະເທດໄທ ເຊິ່ງເປັນຄັ້ງທຳອິດ ທີ່ເຄື່ອງໝາຍການຄ້າລົດໄຟຟ້າຫວຽດນາມ VinFast Auto ໄດ້ປາກົດມີຢູ່ງານວາງສະແດງນີ້.

ທ່ານ ເລຫຶວຝຸກ ທີ່ປຶກສາ ດ້ານການຄ້າຫວຽດນາມ ປະຈຳ ໄທ ໃຫ້ຂໍ້ສັງເກດວ່າ: ຕະຫຼາດໄທ ແມ່ນຕະຫຼາດທີ່ພັດທະນາທີ່ສຸດກ່ຽວກັບຂົງເຂດ ລົດຍົນໃນພາກພື້ນກໍຄືອາຊີ. ດັ່ງນັ້ນ, ເລື່ອງ VinFast ເຂົ້າຮ່ວມງານວາງສະແດງນີ້ ເປັນຄັ້ງທໍາອິດນັ້ນ ໄດ້ສ້າງຂີດໝາຍ ແກ່ບາດກ້າວພັດທະນາຂອງ VinFast ເວົ້າລວມ ແລະ ຂອງຂະແໜງອຸດສາຫະກຳ ຫວຽດນາມ ເວົ້າສະເພາະ.