ໂກໂກ້ ແພງທຸບສະຖິຕິໃໝ່ ຈຸລະດັບ 10 ພັນໂດລາ

20

ລາຄາໂກໂກ້ ຍັງຂຶ້ນບໍ່ຢຸດ ຫຼ້າສຸດສ້າງສະຖິຕິໃໝ່ສູ່ລະດັບ10.000 ໂດລາ ສະເພາະປີນີ້ ລາຄາປັບຂຶ້ນແລ້ວເກືອບ140% ທ່າມກາງບັນຫາຜົນຜະລິດຕົກຕໍ່າຈາກບັນຫາໂລກຮ້ອນ.

ສັນຍາໂກໂກ້ ງວດສົ່ງມອບເດືອນພຶດສະພາ ໃນຕະຫຼາດສັນຍາສິນຄ້າບໍລິໂພກລ່ວງໜ້າ ICE ພຸ່ງຂຶ້ນ 3,9% ສູ່ລະດັບ 10.030 ໂດລາສະຫະລັດຕໍ່ໂຕນ.

ไม่มีคำอธิบายรูปภาพ

ປະເທດໄອວໍຣີ ໂຄສ ເຊິ່ງເປັນປະເທດຜູ້ຜະລິດໂກໂກ້ລາຍໃຫຍ່ສຸດໃນໂລກ ກຳລັງປະເຊີນກັບອາກາດຮ້ອນກວ່າປົກກະຕິ ເຮັດໃຫ້ເກີດສະພາບແຫ້ງແລ້ງກະທົບຕໍ່ຜົນຜະລິດໂກໂກ້. ນອກຈາກນີ້ການແຜ່ລະບາດຂອງໄວຣັສ ເຊິ່ງເຮັດໃຫ້ເກີດການບວມຂອງໜໍ່ຄາເຄົາທີ່ນຳໄປເຮັດເປັນໂກໂກ້ ກໍເປັນປັດໄຈກະທົບຕໍ່ຜົນຜະລິດເຊັ່ນກັນ.