ຈີນ ຈະສືບຕໍ່ຊຸກຍູ້ການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ

15

ສຳນັກຂ່າວ ຊິນຮວາ ລາຍງານວ່າ: ກະຊວງການຄ້າຂອງ ຈີນ ເປີດເຜີຍວ່າ: ຈີນ ຈະສືບຕໍ່ຊຸກຍູ້ການລົງທຶນໃຫ້ຫຼາຍຂຶ້ນ ໂດຍການນຳສະເໜີໂອກາດໃຫ້ແກ່ນັກລົງທຶນຕ່າງປະເທດ ທີ່ເຂົ້າມາດຳເນີນງານພາຍໃນ ປະເທດໃຫ້ເພີ່ມຂຶ້ນ.

อาจเป็นรูปภาพของ ขอบฟ้า และ ตึกระฟ้า

ທ່ານ ກົວຖິງຖິງ ຜູ້ຊ່ວຍລັດຖະມົນຕີ ກະຊວງດັ່ງກ່າວ ກ່າວໃນເວລາເຂົ້າຮ່ວມກອງປະຊຸມ ວ່າດ້ວຍການພັດທະນາແຫ່ງປະເທດຈີນ ປີ 2024 ວ່າ: ຈີນຈະສືບຕໍ່ຍົກເລີກຂໍ້ຈຳກັດການເຂົ້າເຖິງຕະຫຼາດໃນພາກການຜະລິດ ແລະ ສົ່ງເສີມ ເປີດກວ້າງໃນພາກທຸລະກິດຕ່າງໆ ເຊັ່ນ: ການສື່ສານໂທລະ ຄົມມະນາຄົມ ແລະ ການດູແລ ຮັກສາສຸຂະພາບ ເພື່ອສ້າງໂອກາດທາງການຄ້າ ແລະ ການລົງທຶນໃຫ້ແກ່ນັກລົງທຶນຊາວຕ່າງປະເທດຫຼາຍຂຶ້ນ.

ນອກຈາກນີ້, ຈີນ ຈະສືບຕໍ່ຊຸກຍູ້ ການລົງທຶນ, ເພີ່ມປະສິດທິພາບ, ການບໍລິການຢ່າງຕໍ່ເນື່ອງ ແລະ ຮັບຮອງການດູແລ ຜູ້ປະກອບການທີ່ໄດ້ຮັບເງິນທຶນຈາກຕ່າງປະເທດຢ່າງຮອບດ້ານໃນລະດັບປະເທດ ແລະ ອື່ນໆ.