ບົດຄວາມໃຫ້ປະໂຫຍດຈາກ ອາສາສະໝັກໄຈກາ ຕໍ່ວຽກງານຄັດແຍກຂີ້ເຫຍື້ອໃນລາວ

29

ການຈັດສັນ ເກັບມ້ຽນຂີ້ເຫຍື້ອຢ່າງເປັນລະບົບ ເພື່ອບໍ່ໃຫ້ສ້າງບັນຫາເປິເປື້ອນຕໍ່ສັງຄົມ ແລະສິ່ງແວວດລ້ອມເປັນສິ່ງທີ່ທົ່ວໂລກພະຍາຍາມເຮັດ ເພື່ອຄວາມໜ້າຢູ່ຂອງໂລກໃບນີ້ ແລະປະເທດເຮົາກໍ່ມີຫຼາຍໂຄງການໄດ້ມາໃຫ້ການຊ່ວຍເຫຼືອ ໃຫ້ຄຳແນະນຳ ແຕ່ໂດຍລວມຍັງບໍທັນເຮັດໄດ້ດີ ໂດຍສະເພາະການຄັດແຍກຂີ້ເຫຍື້ອແມ່ນຍັງເຮັດໄດ້ໜ້ອຍທີ່ສຸດ.
ມື້ນີ້ທີມຂ່າວພວກເຮົາຈຶ່ງເອົາບົດລາຍງານຂອງທ່ານນາງ ຈິຮິໂຣະ ຄາເນະໂກະ, ເປັນໜຶ່ງໃນອາສາສະໝັກໄຈກາປະຈຳຢູ່ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດຮັບຜິດຊອບວຽກງານສົ່ງເສີມການຮັກສາສິ່ງແວດລ້ອມຊຸດທີ 2022-1 ກ່ຽວກັບການຄັດແຍກຂີ້ເຫຍື້ອຢູ່ ສປປ ລາວ.

No photo description available.

ທ່ານນາງ ຈິຮິໂຣະ ຄາເນະໂກະໄດ້ລາຍງານກ່ຽວກັບການນຳພາຄູ-ອາຈານ, ນັກສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດໄປທັດສະນະສຶກສາ ທີ່ອົງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງວຽງຈັນ (ສະໜາມບຳບັດຂີ້ເຫຍື້ອ ຫຼັກ 32) ໃນວັນທີ 22 ກຸມພາ 2024. ເຊິ່ງການໄປທັດສະນະໃນຄັ້ງນີ້ປະກອບມີຫຼາຍຈຸດປະສົງ

No photo description available.
ຈຸດປະສົງທີ 1 ແມ່ນເພື່ອຮຽນຮູ້ກ່ຽວກັບສິ່ງເສດເຫຼືອ. ໃນປະເທດລາວປະເພນີແຍກຂີ້ເຫຍື້ອຍັງບໍ່ທັນເປັນທີ່ນິຍົມ ແລະ ເປັນສິ່ງທີ່ໜ້າກັງວົນຫຼາຍ ເນື່ອງຈາກວ່າບໍ່ມີສະຖານທີ່ແຍກ ແລະ ເກັບຂີ້ເຫຍື້ອ ເປັນຕົ້ນແມ່ນເຈ້ຍ, ເສດອາຫານ, ຂວດຢາງ, ຂວດແກ້ວ ແລະ ກະປ໋ອງ ບາງຄັ້ງ ກ້ອນແບັດເຕີລີກໍ່ຖືກຖິ້ມລົງໃນຖັງຂີ້ເຫຍື້ອດຽວກັນກັບຂີ້ເຫຍື້ອປະເພດອື່ນໆ.
ພວກເຮົາທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນຮູ້ວ່າ ຂີ້ເຫຍື້ອທັງໝົດແມ່ນຖືກເກັບຢູ່ “ສະໜາມບຳບັດຂີ້ເຫຍື້ອ ຫຼັກ 32“, ຫ່າງຈາກໃຈກາງນະຄອນຫຼວງວຽງຈັນ 32 ກິໂລແມັດ, ແຕ່ບັນດານັກສຶກສາບໍ່ມີໃຜເຄີຍໄປເຫັນມາກ່ອນ. ເນື່ອງຈາກຂ້າພະເຈົ້າເຮັດວຽກຢູ່ລາວ ແລະ ກໍໄດ້ສ້າງຂີ້້ເຫຍື້ອທີ່ໃຊ້ໃນຊີວິດປະຈຳວັນຄືກັນກັບຄົນລາວ, ຂ້າພະເຈົ້າຄິດວ່າ ແນວຄິດການແຍກຂີ້ເຫຍື້ອຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ ເພາະເຖິງວ່າພວກເຮົາຈະແຍກຂີ້ເຫຍື້ອເວລາຖິ້ມ ແຕ່ສຸດທ້າຍແລ້ວຂີ້ເຫຍື້ອເຫຼົ່ານັ້ນ ກໍຈະຖືກເກັບລວມໄປຖິ້ມບ່ອນດຽວກັນຄືເກົ່າ.

No photo description available.

ຈຸດປະສົງທີ 2 ແມ່ນເພື່ອແລກປ່ຽນ ແລະ ແບ່ງປັນປະສົບການ ໂດຍຜ່ານການຮຽນຮູ້ນອກໂຮງຮຽນ ແລະ ແລກປ່ຽນຄວາມຮູ້ກັບນັກສຶກສາຍີ່ປຸ່ນ. ດັ່ງນັ້ນ, ເຮົາໄດ້ລອງນຳສະເໜີ ນິເວດສຸຂະສຶກສາ. ເຊິ່ງໄດ້ໃຫ້ນ້ອງໆຮຽນຮູ້ກ່ຽວກັບການແຍກຂີ້ເຫຍື້ອຕາມທີ່ນັກຮຽນຊັ້ນປະຖົມຂອງຍີ່ປຸ່ນເຮັດ ແລະ ເບິ່ງຕົວຈິງວ່າສຸດທ້າຍແລ້ວຂີ້ເຫຍື້ອເຫຼົ່ານັ້ນຈະຖືກເອົາໄປຖິ້ມໄວ້ໃນບ່ອນຖິ້ມຂີ້ເຫຍື້ອ

ແນວໃດ!
ການໄປທັດສະນະສຶກສາໃນຄັ້ງນີ້ ແມ່ນໄດ້ຮັບຜົນດີໂດຍການຮ່ວມມືຂອງຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງວຽງຈັນ (ສະໜາມບຳບັດຂີ້ເຫຍື້ອ ຫຼັກ 32).
ທ່ານນາງ ຈິຮິໂຣະ ຄາເນະໂກະ ບອກວ່າ ສ່ິ່ງທີ່ຂ້າພະເຈົ້າ ເຮັດຖືວ່າເປັນເລື່ອງເລັກໆນ້ອຍໆ. ແຕ່ຈະດີໃຈຫຼາຍຖ້າສິ່ງເລັກໆນ້ອຍໆນີ້ແຜ່ກະຈາຍໄປສູ່ຊຸມຊົນ. ການແຍກຂີ້ເຫຍື້ອໃນຄົວເຮືອນເປັນກິດຈະກໍານ້ອຍໆ ຖ້າທຸກຄົນສືບຕໍ່ປະຕິບັດຮ່ວມກັນ, ຂ້າພະເຈົ້າເຊື່ອວ່າສິ່ງເຫຼົ່ານີ້ຈະກາຍເປັນພະລັງທີ່ຈະປ່ຽນແປງໂລກໄດ້!

Cr: JICA Laos